5 ປະເທດທີ່ຄວນຮຽນຕໍ່ທີ່ສຸດ ປີ 2026–2027 ອັບເດດກົດລະບຽບວີຊານັກຮຽນຫຼ້າສຸດ ກ່ອນຕັດສິນໃຈເລືອກປະເທດຮຽນຕໍ່

ຖ້າຍ້ອນກັບໄປເມື່ອປະມານ 5-10 ປີກ່ອນ ການເລືອກປະເທດຮຽນຕໍ່ ອາດເປັນເລື່ອງທີ່ຄ່ອນຂ້າງກົງໄປກົງມາ. ນັກສຶກສາສ່ວນຫຼາຍ ມັກພິຈາລະນາຈາກຊື່ສຽງຂອງມະຫາວິທະຍາໄລ, ອັນດັບໂລກ ຫຼື ຄຳແນະນຳຈາກຄົນຮູ້ຈັກທີ່ເຄີຍໄປຮຽນມາກ່ອນ ເເມ່ນບໍ? ແຕ່ໃນປີ 2026 ພວກເຮົາຢາກບອກວ່າ ໂລກຂອງການສຶກສາຕ່າງປະເທດປ່ຽນໄປຫຼາຍ ມີເງື່ອນໄຂ ແລະ ຂໍ້ຈຳກັດບາງຢ່າງທີ່ເພີ່ມຂຶ້ນທັງ ກົດໝາຍວີຊານັກສຶກສາ, ຄ່າຄອງຊີບ ແລະ ນະໂຍບາຍການເຮັດວຽກຫຼັງຮຽນຈົບ ຂອງຫຼາຍປະເທດ ໄດ້ຮັບການອັບເດດໃໝ່ທັງໝົດ!! ຈົນເຮັດໃຫ້ຂໍ້ມູນທີ່ເຄີຍຖືກຕ້ອງເມື່ອ 2-3 ປີກ່ອນ ອາດບໍ່ສາມາດໃຊ້ປະກອບການຕັດສິນໃຈສຳລັບອະນາຄົດໄດ້ຄືເດີມອີກຕໍ່ໄປ. ນ້ອງໆ ຮູ້ບໍ?Continue reading “5 ປະເທດທີ່ຄວນຮຽນຕໍ່ທີ່ສຸດ ປີ 2026–2027 ອັບເດດກົດລະບຽບວີຊານັກຮຽນຫຼ້າສຸດ ກ່ອນຕັດສິນໃຈເລືອກປະເທດຮຽນຕໍ່”

ອັບເດດລ່າສຸດ! ມະຫາວິທະຍາໄລຕ່າງປະເທດທີ່ຄວນຮຽນໃນປີ 2026-2027 ພ້ອມໂອກາດເຮັດວຽກຫຼັງຮຽນຈົບ

ໃນຊ່ວງປີທີ່ຜ່ານມາ ວິທີການເລືອກມະຫາວິທະຍາໄລເພື່ອການຮຽນຕໍ່ຕ່າງປະເທດ 2026 ແມ່ນປ່ຽນແປງໄປຫຼາຍ ຈາກເດີມທີ່ນັກຮຽນ ແລະ ຜູ້ປົກຄອງໃຫ້ຄວາມສຳຄັນກັບ “ອັນດັບມະຫາວິທະຍາໄລ” ຫຼື ການຈັດອັນດັບມະຫາວິທະຍາໄລ ເຊັ່ນ QS Ranking, THE Ranking, ຫຼື Shanghai Ranking ພຽງຢ່າງດຽວ. ແຕ່ໃນປັດຈຸບັນ ຄຳຖາມສຳຄັນກັບກາຍເປັນເລື່ອງຂອງຜົນລັບຫຼັງຮຽນຈົບ ເຊັ່ນ: ຮຽນຈົບແລ້ວເຮັດວຽກໄດ້ແທ້ບໍ່? ມີໂອກາດໄດ້ຝຶກງານຫຼືບໍ່? ແລະປະເທດນັ້ນເປີດທາງໃຫ້ເຮັດວຽກຕໍ່ແທ້ຫຼືບໍ່? ສິ່ງນີ້ສະທ້ອນໃຫ້ເຫັນວ່າ “ການຮຽນຕໍ່” ບໍ່ໄດ້ເປັນແຄ່ເລື່ອງຂອງການໄດ້ໃບປະລິນຍາອີກຕໍ່ໄປ ແຕ່ເປັນການລົງທຶນເພື່ອອາຊີບໃນອະນາຄົດໂດຍກົງ. ບົດຄວາມນີ້Continue reading “ອັບເດດລ່າສຸດ! ມະຫາວິທະຍາໄລຕ່າງປະເທດທີ່ຄວນຮຽນໃນປີ 2026-2027 ພ້ອມໂອກາດເຮັດວຽກຫຼັງຮຽນຈົບ”

ຢາກຮຽນຕໍ່ຕ່າງປະເທດ ຕ້ອງກຽມຕົວແນວໃດ? ເຂົ້າໃຈງ່າຍໃນ 5 ນາທີ

ການໄດ້ໄປໃຊ້ຊີວິດ ແລະ ຮຽນຮູ້ຢູ່ຕ່າງປະເທດ ເປັນຄວາມຝັນຂອງຫຼາຍຄົນເລີຍເເມ່ນບໍ? ສຳລັບບາງຄົນ ການຮຽນຕໍ່ຕ່າງປະເທດບໍ່ໄດ້ເປັນພຽງເລື່ອງຂອງປະລິນຍາ ຫຼື ວຸດທິທີ່ໄດ້ຮັບ ແຕ່ເປັນໂອກາດໃນການເປີດໂລກ ເຫັນວິທີຄິດໃໝ່ໆ ພັດທະນາພາສາ ແລະ ໄດ້ລອງໃຊ້ຊີວິດດ້ວຍຕົນເອງໃນແບບທີ່ບໍ່ເຄີຍເຮັດມາກ່ອນ ໄປຈົນເຖິງການຫາໂອກາດໃນການຍ້າຍໄປຢູ່ໃນສັງຄົມໃໝ່ ປະເທດໃໝ່. ເມື່ອຄິດຫາເລື່ອງການໄປຮຽນຕໍ່ຄ່າງປະເທດ ນັກຮຽນກໍຈະເລີ່ມມີຄວາມກັງວົນວ່າຄວນເລີ່ມຈາກໃສກ່ອນ ແລະ ຕ້ອງກຽມຕົວຫຍັງແດ່ ໃຊ້ເອກະສານຫຍັງໃນການສະໝັກ ແລະ ການຍື່ນວີຊາ ກັງວົນເລື່ອງຄ່າໃຊ້ຈ່າຍວ່າຈະຫຼາຍບໍ່ ແລ້ວຖ້າຍັງບໍ່ພ້ອມດ້ານພາສາຈະຍັງມີໂອກາດໄປຮຽນຕໍ່ຫຼືບໍ່? ຄວາມຮູ້ສຶກແບບນີ້ບໍ່ແປກເລີຍ ເພາະຂັ້ນຕອນການຮຽນຕໍ່ຕ່າງປະເທດມີລາຍລະອຽດຫຼາຍຢ່າງ ແລະ ຖ້າບໍ່ມີປະສົບການມາກ່ອນ ການກຽມຕົວກໍອາດເບິ່ງຊັບຊ້ອນພໍສົມຄວນ. ສິ່ງສຳຄັນທີ່ສຸດທີ່ຢາກແນະນຳນ້ອງໆContinue reading “ຢາກຮຽນຕໍ່ຕ່າງປະເທດ ຕ້ອງກຽມຕົວແນວໃດ? ເຂົ້າໃຈງ່າຍໃນ 5 ນາທີ”

ຮຽນຕໍ່ນິວຊີແລນ 2026-2027: ເປັນຫຍັງ Green List ຢ່າງດຽວບໍ່ພຽງພໍ

ຮຽນຕໍ່ນິວຊີແລນ 2026: ເປັນຫຍັງ Green List ຢ່າງດຽວບໍ່ພຽງພໍ ນັກຮຽນຫຼາຍຄົນເຊື່ອວ່າ ການເລືອກຮຽນ Green List course ທີ່ນິວຊີແລນ ຈະຮັບປະກັນໂອກາດໃນອະນາຄົດ ແຕ່ໃນປີ 2026 ລະບົບໄດ້ປ່ຽນແປງ ແລະມີການແຂ່ງຂັນສູງຂຶ້ນ ນິວຊີແລນໄດ້ປັບປຸງ: ນີ້ສະແດງວ່າ ລະບົບໄດ້ປ່ຽນຈາກ “ການຮຽນ” ໄປສູ່ “ການເຮັດວຽກຈິງ” ສິ່ງນີ້ໝາຍຄວາມວ່າຫຍັງສຳລັບນັກຮຽນ? ເຖິງແມ່ນວ່າວຸດທິການສຶກສາຂອງທ່ານຈະກົງກັບ ອາຊີບທີ່ຂາດແຄນ ແຕ່ທ່ານຍັງຕ້ອງ: ນັ້ນໝາຍຄວາມວ່າ “ການຮຽນ” ແມ່ນພຽງກ້າວທຳອິດContinue reading “ຮຽນຕໍ່ນິວຊີແລນ 2026-2027: ເປັນຫຍັງ Green List ຢ່າງດຽວບໍ່ພຽງພໍ”

New Zealand Green List 2026: ສິ່ງທີ່ນັກຮຽນຕ່າງຊາດຄວນເຂົ້າໃຈ

ຖ້າທ່ານກຳລັງວາງແຜນຈະ ໄປຮຽນຕໍ່ທີ່ນິວຊີແລນ ການເຂົ້າໃຈ New Zealand Green List 2026 ແມ່ນຂັ້ນຕອນສຳຄັນໃນການຕັດສິນໃຈ Green List ນິວຊີແລນ ແມ່ນລາຍຊື່ອາຊີບທີ່ລັດຖະບານກຳນົດ ເຊິ່ງເປັນ ອາຊີບທີ່ຂາດແຄນ (In-demand jobs in New Zealand) ແລະມີຄວາມຕ້ອງການສູງ ສຳລັບນັກຮຽນຕ່າງຊາດ ນີ້ເປັນໂອກາດໃນການ ເຮັດວຽກຕໍ່ໃນນິວຊີແລນຫຼັງຮຽນຈົບ ແລະສ້າງອາຊີບໃນລະຍະຍາວ Green List ແບ່ງເປັນ 2 ກຸ່ມ:Continue reading “New Zealand Green List 2026: ສິ່ງທີ່ນັກຮຽນຕ່າງຊາດຄວນເຂົ້າໃຈ”

ການໄປຕ່າງປະເທດຕ້ອງຈຳເປັນມີເງິນຫຼາຍໆເລີຍບໍ່?

ນີ້ແມ່ນຄຳຖາມທີ່ນ້ອງໆຫຼາຍຄົນມັກຖາມ: “ຖ້າຢາກໄປຮຽນ ຫຼື ໄປຢູ່ຕ່າງປະເທດ ຈຳເປັນຕ້ອງຮັ່ງມີ ຫຼື ມີເງິນຫຼາຍໆກ່ອນບໍ?” ຄຳຕອບແມ່ນ: ບໍ່ຈຳເປັນຕ້ອງມີເງິນຫຼາຍແບບທີ່ຄົນຄິດ ແຕ່ສິ່ງທີ່ຈຳເປັນກວ່ານັ້ນຄື “ການວາງແຜນທີ່ດີ” ແລະ “ຮູ້ທາງເລືອກຂອງຕົນເອງ”. 1. ຄ່າໃຊ້ຈ່າຍບໍ່ເທົ່າກັນໃນແຕ່ລະປະເທດ ຫຼາຍຄົນເຂົ້າໃຈຜິດວ່າ “ຕ່າງປະເທດ = ແພງ”. ແທ້ຈິງແລ້ວ ແຕ່ລະປະເທດ ແລະ ແຕ່ລະເມືອງ ມີຄ່າໃຊ້ຈ່າຍບໍ່ເທົ່າກັນ. ບາງປະເທດຄ່າຮຽນບໍ່ສູງ, ຄ່າຄອງຊີບບໍ່ແພງ, ແລະ ມີທາງເລືອກຫຼາຍສຳລັບນັກຮຽນ. ຂຶ້ນກັບວ່າເຮົາເລືອກຖືກທາງຫຼືບໍ່. 2.Continue reading “ການໄປຕ່າງປະເທດຕ້ອງຈຳເປັນມີເງິນຫຼາຍໆເລີຍບໍ່?”

ການນຳໃຊ້ເວັບໄຊນີ້ ໝາຍເຖິງທ່ານຍອມຮັບ ແຈ້ງການຄວາມເປັນສ່ວນຕົວ ຂອງພວກເຮົາ.

ເບິ່ງລາຍລະອຽດ