ພໍ່ແມ່ຫຼາຍທ່ານທີ່ພວກເຮົາໄດ້ໂອ້ປຶກສານໍາ ມັກຈະມີຄຳຖາມຢູ່ສະເໝີວ່າ “ຮຽນຕໍ່ຕ່າງປະເທດໃຊ້ເງິນຫຼາຍປານໃດ?” ຈາກປະສົບການຂອງທີມ i-study ໃນຄວາມເປັນຈິງແລ້ວ ຄຳຕອບທີ່ໃຫ້ໄດ້ແມ່ນບໍ່ມີຕົວເລກດຽວທີ່ຕາຍຕົວເລີຍ ເພາະຄ່າໃຊ້ຈ່າຍຂອງການຮຽນຕໍ່ຕ່າງປະເທດແມ່ນຂຶ້ນກັບຫຼາຍປັດໄຈ ນັບແຕ່ ປະເທດທີ່ຕ້ອງການຮຽນຕໍ່, ເມືອງ, ມະຫາວິທະຍາໄລ, ສາຍວິຊາທີ່ຮຽນ ໄປຈົນຮອດການໃຊ້ຊີວິດຂອງແຕ່ລະຄົນ
ນັກສຶກສາບາງຄົນເລືອກຮຽນຢູ່ໃນເມືອງໃຫຍ່ທີ່ການເດີນທາງສະດວກ ແລະ ມີໂອກາດດ້ານວຽກງານຫຼາຍ ແຕ່ຄ່າຄອງຊີບກໍຈະສູງຕາມໄປນໍາ. ບາງຄົນເລືອກເມືອງທີ່ນ້ອຍລົງມາເຊິ່ງໃຊ້ຊີວິດສະບາຍກວ່າ ແລະ ປະຢັດກວ່າເເບບຊັດເຈນ ໃນຂະນະທີ່ບາງຄົນຕັ້ງເປົ້າຈະໄປຮຽນຢູ່ມະຫາວິທະຍາໄລ Top 50 / Top 100 ເພາະຕ້ອງການພາບລັກທາງວິຊາການ ແລະ ໂອກາດໃນອະນາຄົດ.
ກ່ອນຈະຄຳນວນງົບຕ້ອງເຂົ້າໃຈກ່ອນວ່າຄ່າໃຊ້ຈ່າຍມີຫຍັງແດ່
ຫຼາຍຄອບຄົວມັກຄຳນວນພຽງແຕ່ຄ່າເທິມເປັນຫຼັກ ແຕ່ຄວາມຈິງແລ້ວການຮຽນຕ່າງປະເທດມີຄ່າໃຊ້ຈ່າຍຫຼາຍພາກສ່ວນ ແລະ ແຕ່ລະພາກສ່ວນກໍສົ່ງຜົນຕໍ່ພາບລວມຫຼາຍກວ່າທີ່ຄິດ. ບາງເທື່ອພໍ່ແມ່ອາດຈະຕົກໃຈເມື່ອໄດ້ເຫັນງົບປະມານໂດຍລວມ. ທີມງານ i-study ຈຶ່ງແນະນຳໃຫ້ແຍກການກະກຽມ ໂດຍແບ່ງເປັນງົບກ້ອນໃຫຍ່ຄື ຄ່າຮຽນ ແລະ ເບິ່ງງົບກ້ອນອື່ນໆວ່າສາມາດໃຫ້ພໍ່ແມ່ສົ່ງເງິນແບບລາຍເດືອນເພື່ອເປັນຄ່າເຊົ່າເຮືອນ ແລະ ຄ່າດຳລົງຊີວິດ ເປັນຕົ້ນ.
ປະເທດ ແລະ ເມືອງທີ່ເລືອກຮຽນ
ໃນປະເທດດຽວກັນ ແຕ່ຄົນລະເມືອງ ຄ່າໃຊ້ຈ່າຍອາດແຕກຕ່າງກັນຕໍ່ປີເຊັ່ນ:
- ເມືອງໃຫຍ່ ມັກມີຄ່າທີ່ພັກ ແລະ ຄ່າເດີນທາງສູງ
- ເມືອງຮອງ ມັກປະຢັດກວ່າ ແລະ ໃຊ້ຊີວິດສະບາຍກວ່າ
- ເມືອງເຂດ Regional (ເມືອງນ້ອຍ) ອາດມີຄ່າເຊົ່າທີ່ພັກຖືກກວ່າຫຼາຍ
ຕົວຢ່າງທີ່ເຫັນໄດ້ຊັດເຈນຄື ລອນດອນແພງກວ່າເມືອງອື່ນໃນສະຫະລາຊະອານາຈັກ, ຊິດນີແພງກວ່າຫຼາຍເມືອງໃນອອສເຕຣເລຍ ແລະ ນິວຢອກແພງກວ່າຫຼາຍລັດໃນສະຫະລັດອາເມຣິກາ.
ຈາກປະສົບການ ການຊ່ວຍຈັດຫາດ້ານທີ່ພັກກັບນ້ອງໆນັກຮຽນຂອງ i-study, ຄ່າທີ່ພັກໃນຕົວເມືອງເມວເບີນຕ້ອງໃຊ້ງົບປະມານ 1,000 USD ຕໍ່ເດືອນ ໃນຂະນະທີ່ໃນເມືອງເພີດ ຄ່າທີ່ພັກເລີ່ມຕົ້ນທີ່ 540 USD ຕໍ່ເດືອນ ໃນລະດັບຄຸນນະພາບຊີວິດທີ່ໃກ້ຄຽງກັນ ເຊັ່ນ ຄວາມກວ້າງຂອງຫ້ອງ ແລະ ໄລຍະທາງໄປຈົນຮອດມະຫາວິທະຍາໄລ. ດັ່ງນັ້ນ ຄ່າທີ່ພັກກໍເປັນໜຶ່ງປັດໃຈທີ່ສຳຄັນຫຼາຍ.

ສົມທຽບຄ່າຄອງຊີບ 20 ເມືອງທີ່ນິຍົມ (City Index Table)
ຈາກປະສົບການຂອງທີມ i-study ແລະ ຂໍ້ມູນອອນລາຍຈາກແຫຼ່ງຕ່າງໆ ພວກເຮົາໄດ້ລວບລວມຂໍ້ມູນສຳລັບ 20 ເມືອງທີ່ນິຍົມຂອງນ້ອງໆ ມາເພື່ອເປັນຂໍ້ມູນອ້າງອີງຕາມລຸ່ມນີ້ (ໂດຍກຳນົດໃຫ້ New York ມີດັດຊະນີຢູ່ທີ່ 100)
🇺🇸 ສະຫະລັດອາເມຣິກາ (USA) – ເມືອງສຳລັບນັກສຶກສາ
| ເມືອງ | ດັດຊະນີຄ່າໃຊ້ຈ່າຍ | ຄ່າໃຊ້ຈ່າຍຕໍ່ເດືອນ(ດອນລ້າສະຫະລັດ) | ລະດັບຄ່າໃຊ້ຈ່າຍ |
|---|---|---|---|
| New York | 100 | 1,950 – 2,700 | ສູງຫຼາຍ |
| Los Angeles | 85 – 90 | 1,650– 2,450 | ສູງຫຼາຍ |
| Chicago | 70 – 75 | 1,350 – 1,950 | ສູງ |
🇬🇧 ລາຊະອານາຈັກອັງກິດ (UK) – ເມືອງສຳລັບນັກສຶກສາ
| ເມືອງ | ດັດຊະນີຄ່າໃຊ້ຈ່າຍ | ຄ່າໃຊ້ຈ່າຍຕໍ່ເດືອນ(ດອນລ້າສະຫະລັດ) | ລະດັບຄ່າໃຊ້ຈ່າຍ |
|---|---|---|---|
| London | 95 – 100 | 1,800 – 2,700 | ສູງຫຼາຍ |
| Manchester | 70 – 75 | 1,350 – 1950 | ສູງ |
| Leeds | 65 – 70 | 1,250 – 1,800 | ປານກາງ |
| Birmingham | 65 – 70 | 1,250 – 1,800 | ປານກາງ |
🇦🇺 ອອສເຕຣເລຍ (Australia) – ເມືອງສຳລັບນັກສຶກສາ
| ເມືອງ | ດັດຊະນີຄ່າໃຊ້ຈ່າຍ | ຄ່າໃຊ້ຈ່າຍຕໍ່ເດືອນ(ດອນລ້າສະຫະລັດ) | ລະດັບຄ່າໃຊ້ຈ່າຍ |
|---|---|---|---|
| Sydney | 90 – 95 | 1,735 – 2,550 | ສູງຫຼາຍ |
| Melbourne | 85 – 90 | 1,645 – 2,450 | ສູງ |
| Brisbane | 80 – 85 | 1,550 – 2,335 | ສູງ |
| Adelaide | 70 – 75 | 1,350 – 1,950 | ປານກາງ |
| Perth | 75 – 80 | 1,437 – 2,100 | ປານກາງ |
| Regional Cities | 60 – 70 | 1,135 – 1,800 | ຕໍ່າ |
🇨🇦 ການາດາ (Canada) – ເມືອງສຳລັບນັກສຶກສາ
| ເມືອງ | ດັດຊະນີຄ່າໃຊ້ຈ່າຍ | ຄ່າໃຊ້ຈ່າຍຕໍ່ເດືອນ(ດອນລ້າສະຫະລັດ) | ລະດັບຄ່າໃຊ້ຈ່າຍ |
|---|---|---|---|
| Toronto | 85 – 90 | 1,650 – 2,450 | ສູງ |
| Vancouver | 85 – 90 | 1,650 – 2,450 | ສູງ |
| Montreal | 70 – 75 | 1,250 – 1,950 | ປານກາງ |
🇳🇿 ນິວຊີແລນ (New Zealand) – ເມືອງສຳລັບນັກສຶກສາ
| ເມືອງ | ດັດຊະນີຄ່າໃຊ້ຈ່າຍ | ຄ່າໃຊ້ຈ່າຍຕໍ່ເດືອນ(ດອນລ້າສະຫະລັດ) | รລະດັບຄ່າໃຊ້ຈ່າຍ |
|---|---|---|---|
| Auckland | 80 – 85 | 1,550 – 2,335 | ສູງ |
| Wellington | 75 – 80 | 1,430 – 2,150 | ປານກາງ-ສູງ |
| Christchurch | 70 – 75 | 1,350 – 1950 | ປານກາງ |
🇸🇬 ສິງກະໂປ(Singapore) – ເມືອງສຳລັບນັກສຶກສາ
| ເມືອງ | ດັດຊະນີຄ່າໃຊ້ຈ່າຍ | ຄ່າໃຊ້ຈ່າຍຕໍ່ເດືອນ(ດອນລ້າສະຫະລັດ) | ລະດັບຄ່າໃຊ້ຈ່າຍ |
|---|---|---|---|
| Singapore | 95 – 100 | 1,800 – 2,700 | ສູງຫຼາຍ |
ມະຫາວິທະຍາໄລທີ່ເລືອກຮຽນ
ມະຫາວິທະຍາໄລຊັ້ນນຳ ຫຼື ກຸ່ມ Top 100 ມັກມີຄ່າເທີມທີ່ສູງກວ່າ ດ້ວຍເຫດຜົນດ້ານຊື່ສຽງຂອງມະຫາວິທະຍາໄລ, ຊັບພະຍາກອນທາງວິຊາການ, ເງິນອຸດໜູນການຄົ້ນຄວ້າ ແລະ ການແຂ່ງຂັນໃນການຮັບເຂົ້າສຶກສາສູງກວ່າ.
ກໍລະນີທີ່ພວກເຮົາມັກພົບເລື້ອຍໆ ຄືນ້ອງໆ ຫຼື ພໍ່ແມ່ຢາກໃຫ້ຮຽນຢູ່ມະຫາວິທະຍາໄລ Top 50 ຫຼື Top 100 ໂດຍຍອມປ່ຽນຈາກສາຍວິຊາທີ່ຢາກຮຽນທີ່ສຸດໄປເປັນສາຍວິຊາທີ່ຮອງລົງມາເພື່ອໃຫ້ໄດ້ເຂົ້າມະຫາໄລຊື່ດັງ. ເຊິ່ງພວກເຮົາມັກຈະບໍ່ແນະນຳ ເພາະການເລືອກວິຊາຮຽນ ຄວນຈະເປັນວິຊາທີ່ມັກທີ່ສຸດ ເພາະຈະກ່ຽວຂ້ອງອາຊີບທີ່ນ້ອງໆໄດ້ເລືອກໄວ້.
ດັ່ງນັ້ນ ການຮຽນມະຫາວິທະຍາໄລທ໊ອບບໍ່ໄດ້ໝາຍຄວາມວ່າຄຸ້ມຄ່າທີ່ສຸດສະເໝີໄປ ແລະ ບໍ່ໄດ້ໝາຍຄວາມວ່າມະຫາວິທະຍາໄລອັນດັບຮອງລົງມາຈະບໍ່ດີ. ບາງຄັ້ງມະຫາວິທະຍາໄລທີ່ບໍ່ຢູ່ໃນ Top 100 ແຕ່ມີຫຼັກສູດທີ່ກົງກັບເປົ້າໝາຍກວ່າ, ໄດ້ໂອກາດຝຶກຝົນຄຽງຄູ່ກັບທິດສະດີ ແລະ ຄ່າໃຊ້ຈ່າຍຕ່ຳກວ່າ ກັບເໝາະກັບນັກສຶກສາຫຼາຍຄົນ ແລະ ໃນຫຼາຍລາຍວິຊາຫຼາຍກວ່າ.
ຕົວຢ່າງເຊັ່ນ RMIT University ໃນເມືອງເມວເບີນ ປະເທດອອສເຕຣເລຍ (ອັນດັບ QS World Ranking ປີ 2027: ອັນດັບທີ 119) ເຖິງວ່າຈະບໍ່ໄດ້ຢູ່ໃນກຸ່ມ Top 100 ແຕ່ເປັນມະຫາວິທະຍາໄລທີ່ມີ Industry connection ສູງຫຼາຍ ແລະ ເນັ້ນການເຮັດໂປຣເຈັກຮ່ວມກັນກັບອົງກອນຕ່າງໆ ເຮັດໃຫ້ນັກສຶກສາທີ່ຮຽນສຳເລັດຈາກ RMIT ມັກຈະໄດ້ວຽກເຮັດໄວ ແລະ ໄດ້ເງິນເດືອນດີຫຼາຍ.
ສາຍວິຊາທີ່ຮຽນ
ສາຍວິຊາຮຽນກໍມີຜົນຕໍ່ຄ່າໃຊ້ຈ່າຍໂດຍກົງເຊັ່ນກັນ:
- ສາຍບໍລິຫານທຸລະກິດ, ການຕະຫຼາດ, ນິເທດສາດ – ມັກມີຄ່າໃຊ້ຈ່າຍປານກາງ
- ສາຍວິທະຍາສາດ, ວິສະວະກຳ, IT ຫຼື ສາຍທີ່ຕ້ອງໃຊ້ Lab – ມັກມີຄ່າໃຊ້ຈ່າຍສູງ
- ສາຍແພດ, ໝໍແຂ້ວ ຫຼື ສຸຂະພາບສະເພາະທາງ – ມັກມີຄ່າໃຊ້ຈ່າຍສູງຫຼາຍ

ສະຫຼຸບຄ່າເທິມ ປ.ຕີ ຕ່າງປະເທດໂດຍສະເລ່ຍຕໍ່ປີ
ພວກເຮົາທີມງານ i-study ໄດ້ສະຫຼຸບຄ່າເທີມໂດຍປະມານໃນປີ 2026-2027 ເຊິ່ງເປັນພາບລວມຄ່າເທິມສະເລ່ຍຂອງມະຫາວິທະຍາໄລລະດັບປະລິນຍາຕີໃນປະເທດທີ່ນິຍົມ ສຳລັບສາຍວິຊາທົ່ວໄປ ບໍ່ລວມສາຍແພດ ຫຼື ຫຼັກສູດທີ່ມີຄ່າໃຊ້ຈ່າຍສະເພາະທາງສູງເປັນພິເສດ.
| ປະເທດ | ໄລຍະເວລາຮຽນ ປ.ຕີ | ຄ່າເທິມສະເລ່ຍຕໍ່ປີ |
|---|---|---|
| ອອສເຕຣເລຍ | 3–4 ປີ | 24,000 – 36,000 ດອນລາສະຫະລັດ |
| ລາຊະອານາຈັກອັງກິດ | 3 ປີ | 22,450 – 44,900 ດອນລາສະຫະລັດ |
| ສະຫະລັດອາເມຣິກາ | 4 ປີ | 26,950 – 54,000 ດອນລາສະຫະລັດ |
| ການາດາ | 4 ປີ | 17,950 – 32,950 ດອນລາສະຫະລັດ |
| ນິວຊີແລນ | 3 ປີ | 19,500 – 26,950 ດອນລາສະຫະລັດ |
| ສິງກະໂປ | 2 ປີ | 26,950 – 29,950 ດອນລາສະຫະລັດ |
| ເອີຣົບ (ຮັງກາຣີ, ສະວີເດັນ, ອອສເຕຣຍ) | 3 ປີ | 12,000 – 14,970 ດອນລາສະຫະລັດ |
ຕົວເລກນີ້ເປັນຂໍ້ມູນກວ້າງໆ ເພື່ອຊ່ວຍໃຫ້ນ້ອງໆເຫັນພາບລວມກ່ອນຕັດສິນໃຈເລືອກຮຽນເພາະໃນຄວາມເປັນຈິງຄ່າເທິມຂອງແຕ່ລະມະຫາວິທະຍາໄລອາດມີຄວາມແຕກຕ່າງກັນຫຼາຍ.
ອອສເຕຣເລຍ — ນ້ອງໆຂອງ i-study ສ່ວນຫຼາຍໄປສຶກສາຕໍ່ຢູ່ປະເທດອອສເຕຣເລຍ ໂດຍອອສເຕຣເລຍຍັງເປັນໜຶ່ງໃນປະເທດທີ່ນັກສຶກສານິຍົມຫຼາຍ ເພາະລະບົບການສຶກສາມີຄຸນນະພາບສູງ ແລະ ມີຫຼາກຫຼາຍທາງເລືອກທັງເມືອງໃຫຍ່ ແລະ ເມືອງຮອງ ໂດຍປະລິນຍາຕີໃຊ້ເວລາຮຽນ 3 ປີ ນັກສຶກສາສາມາດເຮັດວຽກພິເສດໄດ້ປະມານ 24 ຊມ. ຕໍ່ອາທິດ ເຊິ່ງສາມາດຄອບຄຸມຄ່າໃຊ້ຈ່າຍສ່ວນຕົວໄດ້.
ລາຊະອານາຈັກອັງກິດ — ພໍ່ແມ່ຫຼາຍທ່ານເລືອກ UK ເຖິງວ່າຄ່າເທິມຕໍ່ປີຈະສູງກວ່າ ເພາະລູກສາມາດຮຽນຈົບໄດ້ພາຍໃນ 3 ປີ ເຮັດໃຫ້ຄ່າໃຊ້ຈ່າຍລວມບາງຄັ້ງໃກ້ຄຽງກັບປະເທດທີ່ຮຽນ 4 ປີ ໂດຍສະເພາະໃນລອນດອນ ຫຼື ມະຫາວິທະຍາໄລຊື່ດັງ ແຕ່ເມື່ອເບິ່ງລຶກລົງໄປ ໃນອັງກິດມີຫຼາກຫຼາຍມະຫາວິທະຍາໄລໃນຫຼາຍເມືອງທີ່ທີມງານ i-study ຂອງພວກເຮົາແນະນຳໃຫ້ນັກສຶກສາໃນດ້ານຂອງທຶນສ່ວນຫຼຸດ ເຮັດໃຫ້ຄ່າຮຽນເຫຼືອພຽງປະມານ USD 18,000ຕໍ່ປີ. ນ້ອງໆຫຼາຍຄົນມັກ UK ເພາະຈົບໄວ ແລະ ພາບລັກດີ ນັກສຶກສາສາມາດເຮັດວຽກເສີມໄດ້ປະມານ 20 ຊມ. ຕໍ່ອາທິດ.
ນິວຊີແລນ — ນິວຊີແລນເໝາະກັບນັກສຶກສາທີ່ຕ້ອງການສະພາບແວດລ້ອມທີ່ສະຫງົບ, ປອດໄພ ແລະ ບໍ່ຢາກແບກຮັບຄ່າຄອງຊີບທີ່ສູງເກີນໄປ ໂດຍການຮຽນປະລິນຍາຕີຈະເປັນການຮຽນ 3 ປີ ແລະ ສາມາດເຮັດວຽກຕໍ່ໃນນິວຊີແລນໄດ້ຫຼັງຈາກຮຽນຈົບ. ຫຼາຍຄົນເບິ່ງວ່ານິວຊີແລນເປັນປະເທດທີ່ໃຊ້ຊີວິດງ່າຍ ແລະ ຄ່າໃຊ້ຈ່າຍໂດຍລວມບໍ່ແຮງເກີນໄປເມື່ອທຽບກັບບາງປະເທດທີ່ນິຍົມກັນຫຼາຍກວ່າ. ນັກສຶກສາສາມາດເຮັດວຽກພິເສດໄດ້ປະມານ 25 ຊມ. ຕໍ່ອາທິດ.
ເອີຣົບ ເຊັ່ນ ຮັງກາຣີ, ສະວີເດັນ, ອອສເຕຣຍ — ເອີຣົບກຳລັງໄດ້ຮັບຄວາມສົນໃຈຈາກນ້ອງໆນັກສຶກສາ i-study ຫຼາຍຂຶ້ນ ເພາະຫຼາຍປະເທດມີຫຼັກສູດປະລິນຍາຕີພາສາອັງກິດທີ່ໃຊ້ເວລາຮຽນພຽງ 3 ປີ ແລະ ມີຄ່າໃຊ້ຈ່າຍທີ່ຄຸ້ມຄ່າເມື່ອທຽບກັບປະເທດທີ່ເປັນທີ່ນິຍົມອື່ນໆ ໂດຍສະເພາະຮັງກາຣີ, ອອສເຕຣຍ ແລະ ສະວີເດັນທີ່ມີຄຸນນະພາບການສຶກສາດີ ແລະ ໄດ້ຮັບການຍອມຮັບໃນລະດັບສາກົນ. ນອກຈາກນັ້ນ ນັກສຶກສາຍັງມີໂອກາດສຳຜັດວັດທະນະທຳທີ່ຫຼາກຫຼາຍ ແລະ ເດີນທາງທ່ອງທ່ຽວໃນເອີຣົບໄດ້ສະດວກ ເຮັດໃຫ້ເປັນອີກໜຶ່ງທາງເລືອກທີ່ໜ້າສົນໃຈສຳລັບຄອບຄົວທີ່ກຳລັງຫາຄວາມຄຸ້ມຄ່າທັງດ້ານການສຶກສາ ແລະ ງົບປະມານ.
ຖ້າເບິ່ງເປັນ “ງົບລວມຕະຫຼອດຫຼັກສູດ” ຕ້ອງກະກຽມເທົ່າໃດ?
ຂໍ້ມູນນີ້ມັກຈະເປັນຂໍ້ມູນທີ່ພໍ່ແມ່ມັກສອບຖາມເພື່ອໃຊ້ໃນການກະກຽມ ເເລະ ຕົວເລກລວມເເບບນີ້ມັກຊ່ວຍໃຫ້ຕັດສິນໃຈໄດ້ງ່າຍກວ່າ ເພາະເຫັນພາບວ່າພໍ່ເເມ່ຈະຕ້ອງຕຽມງົບປະມານເທົ່າໃດໃນການຮຽນ.
| ປະເທດ | ງົບລວມໂດຍປະມານຕະຫຼອດຫຼັກສູດ |
|---|---|
| ອອສເຕຣເລຍ (3 ປີ) | 104,000 – 180,000 ດອນລາສະຫະລັດ |
| ລາຊະອານາຈັກອັງກິດ (3 ປີ) | 105,000 – 194,500 ດອນລາສະຫະລັດ |
| ສະຫະລັດອາເມຣິກາ (4 ປີ) | 179,500 – 359,000 ດອນລາສະຫະລັດ |
| ການາດາ (4 ປີ) | 119,500 – 209,500 ດອນລາສະຫະລັດ |
| ນິວຊີແລນ (3 ປີ) | 90,000 – 144,000 ດອນລາສະຫະລັດ |
| ສິງກະໂປ (2 ປີ) | 90,000 – 120,000 ດອນລາສະຫະລັດ |
| ເອີຣົບ (ຮັງກາຣີ, ສະວີເດັນ, ອອສເຕຣຍ) (3 ປີ) | 74,850 – 90,000 ດອນລາສະຫະລັດ |

ຄ່າຄອງຊີບຕ່າງປະເທດທີ່ຄວນກະກຽມໄວ້
ນອກຈາກຄ່າຮຽນ ປ.ຕີ ຕ່າງປະເທດແລ້ວ ອີກພາກສ່ວນທີ່ສຳຄັນຫຼາຍຄື ຄ່າຄອງຊີບຕ່າງປະເທດ ເຊິ່ງມັກເປັນຄ່າໃຊ້ຈ່າຍທີ່ເກີດຂຶ້ນທຸກເດືອນ.
ໂດຍທົ່ວໄປຄວນກະກຽມງົບໄວ້ປະມານ 12,000 – 24,000 ດອນລ້າສະຫະລັດ ຕໍ່ປີ ຂຶ້ນກັບເມືອງ, ຮູບແບບທີ່ພັກ ແລະ ພຶດຕິກຳການໃຊ້ຊີວິດຂອງນັກສຶກສາ.
ຄ່າໃຊ້ຈ່າຍຫຼັກໃນຊີວິດປະຈຳວັນ
- ຄ່າທີ່ພັກ — ຫຼາຍຄົນຄິດວ່າການຮຽນຢູ່ Sydney ແພງກວ່າ Brisbane ພຽງໜ້ອຍດຽວ ແຕ່ໃນຄວາມເປັນຈິງ ຄ່າເຊົ່າອາດແຕກຕ່າງກັນຫຼາຍກວ່າ 600 ດອນລ້າສະຫະລັດ ຕໍ່ເດືອນ
- ຄ່າອາຫານ — ຈາກປະສົບການ ພວກເຮົາມັກແນະນຳໃຫ້ນ້ອງໆຮຽນແຕ່ງກິນເອງແບບງ່າຍໆ ເພື່ອຈະໄດ້ກິນອາຫານລົດຊາດທີ່ຖືກປາກ. ນ້ອງໆບາງຄົນບໍ່ຢາກແຕ່ງກິນເອງ ພວກເຮົາມັກແນະນຳໃຫ້ໄປເຮັດວຽກເສີມຢູ່ຮ້ານອາຫານ ເຊິ່ງຈະໄດ້ອາຫານມາກິນຢູ່ເຮືອນຟຣີອີກດ້ວຍ
- ຄ່າເດີນທາງ — ການຢູ່ຫໍພັກໃນມະຫາວິທະຍາໄລຈະປະຢັດຄ່າເດີນທາງທີ່ສຸດ ແລະ ດີໃນຊ່ວງປັບຕົວເມື່ອເລີ່ມຮຽນພາກຮຽນທຳອິດ ແຕ່ນ້ອງໆບາງຄົນອາດຈະບໍ່ມັກ ເພາະບໍ່ອິດສະຫຼະເທົ່າທີ່ຄວນ
- ອື່ນໆ ຄ່າໂທລະສັບ ແລະ ອິນເຕີເນັດ, ຄ່າອຸປະກອນການຮຽນ, ຄ່າໃຊ້ຈ່າຍສ່ວນຕົວ
ທີ່ພັກແບບໃດປະຢັດກວ່າ
1) ຫໍພັກໃນມະຫາວິທະຍາໄລ
ຂໍ້ດີຄືສະດວກ ແລະ ປອດໄພ ເໝາະກັບນັກສຶກສາປີທຳອິດ ແຕ່ໂດຍທົ່ວໄປຈະມີລາຄາສູງກວ່າທີ່ພັກແບບອື່ນ ໂດຍສະເພາະຖ້າເປັນທີ່ພັກແບບມີການບໍລິການອາຫານ ນອກຈາກບາງມະຫາວິທະຍາໄລ ເຊັ່ນ Murdoch University ປະເທດອອສເຕຣເລຍ ທີ່ຄ່າທີ່ພັກລວມຄ່ານ້ຳຄ່າໄຟ ອິນເຕີເນັດ ປະມານ 600 USD ເທົ່ານັ້ນ.
2) ຫໍພັກນອກ / ແຊຣ໌ເຮືອນ
ເປັນທາງເລືອກທີ່ນັກສຶກສາຕ່າງປະເທດນິຍົມຫຼາຍ ເພາະຊ່ວຍຫຸຼດຄ່າໃຊ້ຈ່າຍໄດ້ພໍສົມຄວນ ແລະ ຍັງໃຫ້ອິດສະຫຼະຫຼາຍຂຶ້ນ
3) Homestay
ເໝາະກັບຄົນທີ່ຢາກປັບຕົວໄວ, ຝຶກພາສາ ແລະ ຢາກມີຄົນເບິ່ງເເຍງເລື່ອງພື້ນຖານບາງຢ່າງ ເຊັ່ນ ອາຫານ, ອິນເຕີເນັດ ໃນຊ່ວງທຳອິດ
H3:ອາຫານ ແລະ ການເດີນທາງ ເມື່ອໄປຮຽນຕໍ່ຕ່າງປະເທດ
ໃນກໍລະນີທີ່ນັກສຶກສາສາມາດແຕ່ງກິນເອງໄດ້ ຈະເຮັດໃຫ້ຄ່າໃຊ້ຈ່າຍດ້ານອາຫານຫຼຸດລົງຫຼາຍ. ຈາກປະສົບການຂອງພວກເຮົາ ນ້ອງໆຫຼາຍຄົນທີ່ໄປຮຽນ ແລະ ກິນອາຫານນອກເຮືອນ ຈະພົບວ່າການຊື້ກິນເອງທຸກມື້ເຮັດໃຫ້ມີການໃຊ້ງົບປະມານສູງຫຼາຍ ໂດຍຄ່າອາຫານຕໍ່ເດືອນອາດສູງເຖິງ 2-3 ເທົ່າຈາກນັກສຶກສາທີ່ແຕ່ງກິນເອງ.
ສ່ວນການເດີນທາງນັ້ນ ຫາກເລືອກທີ່ພັກໃກ້ມະຫາວິທະຍາໄລ ຫຼື ຢູ່ໃນເມືອງທີ່ລະບົບຂົນສົ່ງສາທາລະນະດີ ກໍຊ່ວຍປະຢັດໄດ້ຫຼາຍເຊັ່ນກັນ.
ຄ່າໃຊ້ຈ່າຍແບບແອບແຝງອື່ນໆ ທີ່ຫຼາຍຄົນມັກລືມ
ເວລາກະກຽມງົບຮຽນຕໍ່ ຄົນສ່ວນໃຫຍ່ເຖິງຄ່າເທິມ ແລະ ຄ່າຫໍ ແຕ່ຍັງມີຄ່າໃຊ້ຈ່າຍອີກຫຼາຍຢ່າງທີ່ຄວນກະກຽມໄວ້ແຕ່ຕົ້ນ.
ຄ່າໃຊ້ຈ່າຍກ່ອນເດີນທາງ
- ຄ່າສະໝັກມະຫາວິທະຍາໄລ
- ຄ່າສອບເສັງພາສາອັງກິດ ເຊັ່ນ IELTS ຫຼື PTE
- ຄ່າເຮັດໜັງສືຜ່ານແດນ
- ຄ່າທຳນຽມວີຊ່າ
- ຄ່າກວດສຸຂະພາບ
- ຄ່າປະກັນສຸຂະພາບ
- ຄ່າປີ້ຍົນ
- ຄ່າມັດຈຳທີ່ພັກ
- ຄ່າໃຊ້ຈ່າຍມື້ເດີນທາງ ແລະ ການຕັ້ງໂຕຊ່ວງທຳອິດ
ລວມແລ້ວຄ່າໃຊ້ຈ່າຍກ່ອນເດີນທາງອາດຢູ່ປະມານ 1,500 – 6,000 ດອນລ້າສະຫະລັດ ແລ້ວແຕ່ປະເທດ ແລະ ຈຳນວນມະຫາວິທະຍາໄລທີ່ສະໝັກ.
ຄ່າໃຊ້ຈ່າຍອື່ນໆ ທີ່ແນະນຳໃຫ້ກະກຽມໄວ້ນຳ
- ປຶ້ມຮຽນ
- ໂນດບຸກ ຫຼື ອຸປະກອນທີ່ມະຫາວິທະຍາໄລກຳນົດ
- ເຄື່ອງນຸ່ງສຳລັບອາກາດໜາວ
- ຄ່າເດີນທາງກັບປະເທດລາວຊ່ວງປິດພາກຮຽນ
- ເງິນສຳຮອງສຸກເສີນ

ຮຽນຢູ່ມະຫາວິທະຍາໄລ Top 50 / Top 100 ໃຊ້ເງິນຫຼາຍກວ່າແທ້ບໍ່?
ຄຳຕອບຄື ສ່ວນຫຼາຍ “ແມ່ນ” ນ້ອງໆ ແລະ ພໍ່ແມ່ຫຼາຍຄົນທີ່ວາງແຜນຮຽນ ປ.ຕີ ຕ່າງປະເທດ ມັກຢາກໄປຮຽນຢູ່ມະຫາວິທະຍາໄລ Top 50 / Top 100 ເພາະເບິ່ງວ່າເປັນບັນທັດຖານທາງພາບລັກໃນອະນາຄົດ, ໂອກາດການຮຽນຕໍ່ໃນອະນາຄົດ ແລະ ໂອກາດໃນການເຮັດວຽກທີ່ດີ.
ໂດຍທົ່ວໄປມະຫາວິທະຍາໄລ Top 100 ຂອງໂລກ ມັກມີຄ່າໃຊ້ຈ່າຍໃນການຮຽນສູງກວ່າ:
- ຄ່າເທິມສູງຂຶ້ນປະມານ 20–60%
- ເມືອງທີ່ຕັ້ງມະຫາວິທະຍາໄລມັກເປັນເມືອງໃຫຍ່
- ຄ່າຄອງຊີບໃນເມືອງເຫຼົ່ານັ້ນສູງກວ່າ
- ການແຂ່ງຂັນເຂົ້າສຶກສາສູງກວ່າ
ພາບລວມຄ່າໃຊ້ຈ່າຍຂອງມະຫາວິທະຍາໄລ Top 50 / Top 100 ຂອງໂລກ (ໂດຍປະມານ):
- ສະຫະລັດອາເມຣິກາ: 45,000 – 93,000 ດອນລ້າສະຫະລັດຕໍ່ປີ
- ລາຊະອານາຈັກອັງກິດ: 39,000 – 75,000 ດອນລ້າສະຫະລັດຕໍ່ປີ
- ອອສເຕຣເລຍ: 36,000 – 60,000 ດອນລ້າສະຫະລັດຕໍ່ປີ
ມະຫາວິທະຍາໄລ Top 100 ຂອງໂລກ ຄຸ້ມກັບເງິນທີ່ຈ່າຍແທ້ບໍ່?
ເມື່ອເວົ້າເຖິງການຮຽນຕໍ່ຕ່າງປະເທດ ຫຼາຍຄອບຄົວມັກຕັ້ງເປົ້າໝາຍໄວ້ທີ່ “ມະຫາວິທະຍາໄລ Top 100 ຂອງໂລກ” ເພາະເຊື່ອວ່າຊື່ສຽງຂອງສະຖາບັນຈະຊ່ວຍເພີ່ມໂອກາດໃນການເຮັດວຽກ ແລະ ສ້າງຄວາມໄດ້ປຽບໃນອະນາຄົດ ເຊິ່ງໃນຫຼາຍກໍລະນີກໍເປັນຄວາມຈິງ ໂດຍສະເພາະໃນສາຍວິຊາທີ່ມີການແຂ່ງຂັນສູງ ເຊັ່ນ ການເງິນ (Finance), ວິສະວະກຳສາດ (Engineering), ວິທະຍາສາດຄອມພິວເຕີ (Computer Science) ຫຼື ສາຍວິຊາທີ່ຕ້ອງການເຄືອຂ່າຍສິດເກົ່າທີ່ເຂັ້ມແຂງ.
ແນວໃດກໍຕາມ ຈາກປະສົບການຂອງທີມ i-study ພວກເຮົາພົບວ່າການເລືອກມະຫາວິທະຍາໄລບໍ່ຄວນເບິ່ງພຽງອັນດັບ (Ranking) ຢ່າງດຽວ ແຕ່ຄວນພິຈາລະນາຄວາມຄຸ້ມຄ່າໃນການລົງທຶນ ຫຼື Return on Investment (ROI) ນຳກັນ.
ຕົວຢ່າງເຊັ່ນ ຫາກມະຫາວິທະຍາໄລ Top 100 ມີຄ່າໃຊ້ຈ່າຍລວມຕະຫຼອດຫຼັກສູດປະມານ 180,000-240,000 USD ໃນຂະນະທີ່ມະຫາວິທະຍາໄລອັນດັບ 150-300 ທີ່ມີຄຸນນະພາບການຮຽນການສອນດີ, ມີໂອກາດຝຶກງານ ແລະ ໄດ້ຮັບການຍອມຮັບຈາກນາຍຈ້າງ ອາດມີຄ່າໃຊ້ຈ່າຍລວມພຽງ 90,000-150,000 USD ຄວາມແຕກຕ່າງຂອງຄ່າໃຊ້ຈ່າຍອາດສູງເຖິງ 60,000-90,000 USD.
ໃນຫຼາຍກໍລະນີ ນາຍຈ້າງບໍ່ໄດ້ພິຈາລະນາສະເພາະຊື່ມະຫາວິທະຍາໄລ ແຕ່ຍັງໃຫ້ຄວາມສຳຄັນກັບຜົນການຮຽນ, ປະສົບການຝຶກງານ, ທັກສະການສື່ສານ ແລະ ປະສົບການການເຮັດວຽກເເທ້ລະຫວ່າງຮຽນນຳອີກ. ນັກສຶກສາທີ່ຮຽນຢູ່ມະຫາວິທະຍາໄລທີ່ມີໂຄງການຝຶກງານ (Internship) ຫຼື Work Placement ທີ່ເຂັ້ມແຂງ ເຊິ່ງມະຫາວິທະຍາໄລສ່ວນຫຼາຍເຫຼົ່ານີ້ບໍ່ໄດ້ຢູ່ໃນກຸ່ມ Top 100. ນ້ອງໆອາດໄດ້ຮັບໂອກາດເຮັດວຽກໄວກວ່ານັກສຶກສາທີ່ຈົບຈາກມະຫາວິທະຍາໄລທີ່ມີອັນດັບສູງກວ່າກໍ່ໄດ້.
ທັງນີ້ບໍ່ໄດ້ໝາຍຄວາມວ່າມະຫາວິທະຍາໄລ Top 100 ບໍ່ຄຸ້ມຄ່າ ເພາະສຳລັບບາງຄອບຄົວທີ່ມີເປົ້າໝາຍເຮັດວຽກກັບອົງກອນລະດັບໂລກ, ບໍລິສັດຕ່າງຊາດ ຫຼື ສຶກສາຕໍ່ໃນລະດັບທີ່ສູງຂຶ້ນ ໂດຍສະເພາະການຮຽນປະລິນຍາໂທໃນຮູບແບບການເຮັດການຄົ້ນຄວ້າ ການລົງທຶນໃນການສຶກສາກັບມະຫາວິທະຍາໄລຊັ້ນນຳອາດສ້າງຜົນຕອບແທນໃນໄລຍະຍາວທີ່ຄຸ້ມຄ່າໄດ້ເຊັ່ນກັນ.
ດັ່ງນັ້ນຄຳຖາມທີ່ສຳຄັນອາດບໍ່ໄດ້ແມ່ນ “ຄວນເລືອກມະຫາວິທະຍາໄລ Top 100 ຫຼືບໍ່?” ແຕ່ຄວນຖາມວ່າ “ມະຫາວິທະຍາໄລນັ້ນເໝາະກັບເປົ້າໝາຍ, ອາຊີບ ແລະ ງົບປະມານຂອງເຮົາຫຼືບໍ່?” ເພາະມະຫາວິທະຍາໄລທີ່ດີທີ່ສຸດສຳລັບເຮົາ ອາດບໍ່ແມ່ນມະຫາວິທະຍາໄລທີ່ມີອັນດັບສູງທີ່ສຸດສະເໝີໄປ ແຕ່ເປັນມະຫາວິທະຍາໄລທີ່ຊ່ວຍໃຫ້ນັກສຶກສາໄປເຖິງເປົ້າໝາຍໄດ້ຢ່າງຄຸ້ມຄ່າທີ່ສຸດ.
ມີງົບປະມານຕໍ່ປີຈຳນວນນີ້ ຮຽນປະລິນຍາຕີໃນປະເທດໃດໄດ້ແດ່?
ງົບປະມານໜ້ອຍກວ່າ 30,000 USD ຕໍ່ປີ
- ສະວີເດັນ
- ຮັງກາຣີ
- ອອສເຕຣຍ
ງົບປະມານປະມານ 30,000-60,000 USD ຕໍ່ປີ
- ນິວຊີແລນ
- ອອສເຕຣເລຍ
- ການາດາບາງເມືອງ
- ສິງກະໂປ
ງົບປະມານປະມານ 60,000-90,000 USD ຕໍ່ປີ
- ອອສເຕຣເລຍ (ເມືອງໃຫຍ່)
- UK ລາຊະອານາຈັກ / ອັງກິດ
ງົບປະມານຕັ້ງແຕ່ 90,000 ຂຶ້ນໄປຕໍ່ປີ
- ສະຫະລັດອາເມຣິກາ
- UK ມະຫາວິທະຍາໄລຊື່ດັງ
- ມະຫາວິທະຍາໄລ Top 100 ໃນເມືອງໃຫຍ່
ໄລຍະກາງປີທີ່ຜ່ານມາ ພວກເຮົາມີແມ່ທ່ານໜຶ່ງຕິດຕໍ່ເຂົ້າມາປຶກສາທີມງານ i-study ວ່າຕ້ອງການໃຫ້ນ້ອງໆ 2 ຄົນໄປຮຽນຕໍ່ ໂດຍມີງົບຄົນລະບໍ່ເກີນ 135.0000 USD ສາມາດໄປຮຽນຢູ່ມະຫາວິທະຍາໄລຂອງປະເທດໃດໄດ້ແດ່ ໂດຍຈາກງົບປະມານ ພວກເຮົາໄດ້ວິເຄາະ ແລະ ສົ່ງທາງເລືອກໃຫ້ແມ່ ທັງການຮຽນຕໍ່ອັງກິດ (UK), ຮຽນຕໍ່ອອສເຕຣເລຍ ແລະ ຮຽນຕໍ່ນິວຊີແລນ ໂດຍເຖິງວ່າການຮຽນຢູ່ອັງກິດ (UK) ເບິ່ງຄືຈະເປັນໄປໄດ້ຍາກດ້ານງົບປະມານ ແຕ່ເມື່ອພວກເຮົາໄດ້ເບິ່ງພາບລວມແລ້ວ ທີມງານໄດ້ນຳສະເໜີມະຫາວິທະຍາໄລທີ່ມີທຶນການສຶກສາ, ການຢູ່ຫໍແບບ twin-bed / shared room ແລະ ການທີ່ນ້ອງໆສາມາດດູແລຕົນເອງໄດ້ດ້ານອາຫານ.

ທຶນຮຽນຕໍ່ ປ.ຕີ ຊ່ວຍຫຸຼດຄ່າໃຊ້ຈ່າຍໄດ້ຫຼາຍປານໃດ?
ອີກໜຶ່ງສິ່ງທີ່ມີຄົນຖາມມາຕະຫຼອດຄື ທຶນຮຽນຕໍ່ ປ.ຕີ.
ທຶນການຮຽນຕໍ່ໃນລະດັບປະລິນຍາຕີສຳລັບນັກສຶກສາຕ່າງຊາດອາດບໍ່ໄດ້ມີຈຳນວນເທົ່າລະດັບໂທ ແຕ່ກໍມີທຶນທີ່ຊ່ວຍຫຸຼດຄ່າໃຊ້ຈ່າຍໄດ້ແທ້ ເຊັ່ນ ທຶນສຳລັບນັກສຶກສາຈາກຕ່າງປະເທດ, ທຶນສຳລັບນັກສຶກສາທີ່ຮຽນດີ ເປັນຕົ້ນ.
ໂດຍທຶນສ່ວນຫຼາຍຈະຢູ່ໃນຮູບແບບຫຸຼດຄ່າເທິມ 10–50% ແລະ ບາງກໍລະນີອາດຫຼາຍກວ່ານັ້ນສຳລັບນັກສຶກສາທີ່ມີໂປຣໄຟລ໌ດີ. ຈາກປະສົບການຂອງພວກເຮົາ i-study ພວກເຮົາຈະແນະນຳທຶນໃຫ້ນ້ອງໆໃນທຸກກໍລະນີ ຕົວຢ່າງເຊັ່ນ ໃນອອສເຕຣເລຍມັກຈະມີທຶນສ່ວນຫຼຸດປະມານ 20-35% ໃນຫຼາຍມະຫາວິທະຍາໄລ ເຊັ່ນ ມະຫາວິທະຍາໄລ Deakin ມີທຶນສ່ວນຫຼຸດທີ່ສາມາດຫຸຼດຄ່າໃຊ້ຈ່າຍໄດ້ສູງສຸດປີລະ 12,000 USD (ທຶນ 50%) ຫຼື ໃນອະດີດ ນັກສຶກສາປະລິນຍາຕີຈາກ i-study ໄດ້ຮັບທຶນສ່ວນຫຼຸດ 70% ຈາກ Swinburne University of Technology ໃນເມືອງເມວເບີນ ເຮັດໃຫ້ຄ່າຮຽນຫຸຼດລົງເຫຼືອພຽງປະມານ 6,000 USD ຕໍ່ປີເທົ່ານັ້ນ.
ຄວາມເຂົ້າໃຈຜິດທີ່ພົບເຫັນເລື້ອຍໆກ່ຽວກັບການຮຽນຕໍ່ຕ່າງປະເທດ
ນ້ອງໆ ແລະ ພໍ່ແມ່ຫຼາຍຄົນທີ່ເລີ່ມຫາຂໍ້ມູນ ເຊັ່ນ ການຖາມພີ່ນ້ອງ ຫຼື ຄົນຮູ້ຈັກ ມັກພົບຄວາມຄິດແບບເກົ່າຢູ່ສະເໝີ ເຊັ່ນ:
“ຮຽນຕ່າງປະເທດຕ້ອງລ້ຳລວຍຫຼາຍເທົ່ານັ້ນ” ຈາກປະສົບການການເຮັດວຽກກວ່າ 10 ປີ ເລື່ອງນີ້ບໍ່ເເມ່ນຄວາມຈິງສະເໝີໄປ ເພາະການເລືອກປະເທດ, ເມືອງ ແລະ ມະຫາວິທະຍາໄລຢ່າງເໝາະສົມ ຊ່ວຍຄວບຄຸມງົບປະມານໄດ້ຫຼາຍກວ່າທີ່ຄິດ. ພວກເຮົາມີນ້ອງໆຈາກຄອບຄົວທີ່ເປັນຊົນຊັ້ນກາງໄປຮຽນຕໍ່ຜ່ານພວກເຮົາຈຳນວນຫຼາຍ ໂດຍພວກເຮົາພູມໃຈຫຼາຍທີ່ໄດ້ມີໂອກາດໃຫ້ຄຳປຶກສາເລື່ອງການວາງແຜນທາງການເງິນແກ່ພໍ່ແມ່ຫຼາຍທ່ານ ພວກເຮົາໄດ້ໃຫ້ພໍ່ແມ່ຮູດບັດເຄຣດິດໃນເບື້ອງຕົ້ນ ແລະ ວາງແຜນການປ່ຽນຄຳເປັນເງິນ.
“ເຮັດວຽກເສີມແລ້ວຈ່າຍຄ່າເທິມໄດ້” ໃນຄວາມເປັນຈິງຄື ວຽກເສີມມັກຊ່ວຍໄດ້ສະເພາະຄ່າຄອງຊີບ ຫຼື ຄ່າໃຊ້ຈ່າຍນ້ອຍໆ ບໍ່ໄດ້ຄອບຄຸມຄ່າເທິມກ້ອນໃຫຍ່ທັງໝົດ. ຈາກທີ່ທີມງານ i-study ຂອງພວກເຮົາໄດ້ເບິ່ງເເຍງນ້ອງໆສ່ວນໜຶ່ງ ນ້ອງໆທີ່ເຮັດວຽກເພື່ອຈ່າຍຄ່າເທິມໄດ້ສຳເລັດຈະມີ 2 ກໍລະນີ ຄື ນ້ອງກຸ່ມທີ່ມີຄ່າເທີມຢ່າງໜ້ອຍຄຶ່ງໜຶ່ງຂອງຄ່າຮຽນທັງໝົດ ແລະ ນ້ອງກຸ່ມທີ່ມີຄູ່ແຕ່ງງານທີ່ຊ່ວຍເຮັດວຽກເຕັມເວລາ ໃນຂະນະທີ່ນ້ອງນັກສຶກສາເຮັດວຽກເສີມລະຫວ່າງຮຽນ.
“ຕ້ອງຮຽນ Top 100 ເທົ່ານັ້ນຈຶ່ງຄຸ້ມ” ບໍ່ເເມ່ນສະເໝີໄປ ເພາະບາງເທື່ອມະຫາວິທະຍາໄລທີ່ເໝາະກັບງົບ ແລະ ສາຍວິຊາ ອາດໃຫ້ຜົນລັບດີກວ່າໃນຊີວິດຈິງ ເຊັ່ນ ມະຫາວິທະຍາໄລກຸ່ມທ໊ອບ 5 ຂອງອອສເຕຣເລຍ ມັກຈະມີອັດຕາການໄດ້ວຽກໜ້ອຍກວ່າຫຼັງຮຽນຈົບ (ການເຮັດການຄົ້ນຄວ້າ ຈະເປັນການສອບຖາມຫຼັງຮຽນຈົບ 6 ເດືອນ).
“ຄ່າໃຊ້ຈ່າຍມີພຽງຄ່າເທີມກັບຄ່າຫໍ” ຄວາມຈິງແລ້ວຄ່າໃຊ້ຈ່າຍແບບແອບແຝງມີຜົນຫຼາຍ ເຊັ່ນ ຄ່າເດີນທາງລະຫວ່າງປະເທດ ແລະ ຖ້າບໍ່ກະກຽມໄວ້ແຕ່ຕົ້ນ ອາດເຮັດໃຫ້ງົບເກີນໄດ້ງ່າຍ.
ໃຫ້ i-study ຊ່ວຍວາງແຜນງົບປະມານ ແລະ ການຮຽນຕໍ່ຂອງນັກສຶກສາ
ການຮຽນຕໍ່ຕ່າງປະເທດເປັນການລົງທຶນກ້ອນໃຫຍ່ຂອງຄອບຄົວ ແລະ ຍິ່ງວາງແຜນໄດ້ໄວເທົ່າໃດ ກໍຍິ່ງມີໂອກາດເລືອກທາງທີ່ຕ້ອງການ ແລະ ຄຸ້ມຄ່າໄດ້ຫຼາຍຂຶ້ນເທົ່ານັ້ນ. ພວກເຮົາມັກແນະນຳໃຫ້ວາງແຜນ ແລະ ສະໝັກ 1-1.5 ປີກ່ອນເລີ່ມຮຽນ.
ທີມທີ່ປຶກສາຂອງ i-study ພ້ອມຊ່ວຍທ່ານວິເຄາະງົບປະມານຈິງ, ແນະນຳປະເທດ ແລະ ມະຫາວິທະຍາໄລທີ່ເໝາະກັບເປົ້າໝາຍ ລວມເຖິງຊ່ວຍເບິ່ງເລື່ອງທຶນການສຶກສາ ແລະ ການສະໝັກຮຽນຢ່າງເປັນລະບົບ.
ຄຳຖາມທີ່ເຫັນຕະຫຼອດ
ຖາມ : ຮຽນຕໍ່ຕ່າງປະເທດໃຊ້ເງິນທັງໝົດຈັກບາດ? ຕອບ : ໂດຍສະເລ່ຍປະມານ 90,000-180,000 USD ສຳລັບຫຼັກສູດປະລິນຍາຕີ ແຕ່ຕົວເລກເເທ້ຂຶ້ນກັບປະເທດ, ເມືອງ ແລະ ມະຫາວິທະຍາໄລທີ່ເລືອກ.
ຖາມ : ຄ່າຮຽນ ປ.ຕີ ຕ່າງປະເທດ ປະເທດໃດຄຸ້ມທີ່ສຸດ? ຕອບ : ນິວຊີແລນ, ອອສເຕຣເລຍ ແລະ ການາດາບາງເມືອງ ມັກເປັນທາງເລືອກທີ່ຄຸ້ມຄ່າເມື່ອທຽບຄ່າໃຊ້ຈ່າຍກັບຄຸນນະພາບຊີວິດ ອີກທັງມີ Post Study Work Visa ທີ່ໃຫ້ໂອກາດນັກສຶກສາໃນການເຮັດວຽກຕໍ່ໃນປະເທດນັ້ນໆ ແລະ ມີລາຍຮັບທີ່ດີຫຼາຍຫຼັງຮຽນຈົບ.
ຖາມ : ງົບ 90,000 USD ພໍຮຽນຕໍ່ຕ່າງປະເທດບໍ່? ຕອບ : ພໍສຳລັບຫຼາຍປະເທດ ແລະ ຫຼາຍມະຫາວິທະຍາໄລ ໂດຍສະເພາະຖ້າເລືອກເມືອງຮອງ ຫຼື ມີທຶນການສຶກສາຊ່ວຍ ເຊັ່ນ ທາງທີມ i-study ເຄີຍແນະນຳການຮຽນທີ່ JCU Brisbane ທີ່ມີທຶນການສຶກສາສຳລັບການຮຽນດ້ານທຸລະກິດສູງເຖິງ 35% (2026) ໂດຍຈາກຄ່າຮຽນປົກກະຕິທີ່ບໍ່ສູງ ແລະ ຢູ່ໃນເມືອງທີ່ມີໂອກາດເຮັດວຽກຫຼາຍ (ບຣິສເບນ) ເຮັດໃຫ້ນ້ອງໆສາມາດປະຢັດງົບປະມານໄດ້ຫຼາຍກວ່າ 9,000 USD ຕໍ່ປີ ເມື່ອທຽບກັບມະຫາວິທະຍາໄລອື່ນໆໃນອອສເຕຣເລຍ.
ຖາມ : ຕ້ອງມີເງິນສຳຮອງເທົ່າໃດກ່ອນຍື່ນວີຊາ? ຕອບ : ຂຶ້ນກັບປະເທດ ແລະ ເງື່ອນໄຂຂອງແຕ່ລະບ່ອນ ແຕ່ໂດຍທົ່ວໄປຄວນມີເງິນສຳຮອງພຽງພໍສຳລັບຄ່າເທິມ, ຄ່າຄອງຊີບ 1 ປີ ແລະ ຄ່າໃຊ້ຈ່າຍກ່ອນເດີນທາງ.
ຖາມ : ເຮັດວຽກເສີມຊ່ວຍຈ່າຍຄ່າຮຽນໄດ້ບໍ່?
ຕອບ : ຊ່ວຍໄດ້ໃນສ່ວນຄ່າຄອງຊີບ ແລະ ຄ່າໃຊ້ຈ່າຍປະຈຳວັນ ແຕ່ບໍ່ຄວນໃຊ້ເປັນແຫຼ່ງຫຼັກໃນການຈ່າຍຄ່າເທິມທັງໝົດ.

ແຊັດກັບພວກເຮົາ!
ເລືອກວິທີການຕິດຕໍ່ຂອງທ່ານ
WhatsApp - ທີມງານ 👤 Human
ລົມກັບພະນັກງານຈິງ
WhatsApp - AI Bot 🤖 AI
ຕອບອັດຕະໂນມັດ 24/7
👤 ເວລາເຮັດວຽກ: ຈ-ສ 9:00-17:00
🤖 ຕອບອັດຕະໂນມັດທັນທີ ⚡