ການໄປຕ່າງປະເທດຕ້ອງຈຳເປັນມີເງິນຫຼາຍໆເລີຍບໍ່?

  • ແບ່ງປັນບົດຄວາມນີ້:

ນີ້ແມ່ນຄຳຖາມທີ່ນ້ອງໆຫຼາຍຄົນມັກຖາມ: “ຖ້າຢາກໄປຮຽນ ຫຼື ໄປຢູ່ຕ່າງປະເທດ ຈຳເປັນຕ້ອງຮັ່ງມີ ຫຼື ມີເງິນຫຼາຍໆກ່ອນບໍ?”

ຄຳຕອບແມ່ນ: ບໍ່ຈຳເປັນຕ້ອງມີເງິນຫຼາຍແບບທີ່ຄົນຄິດ ແຕ່ສິ່ງທີ່ຈຳເປັນກວ່ານັ້ນຄື “ການວາງແຜນທີ່ດີ” ແລະ “ຮູ້ທາງເລືອກຂອງຕົນເອງ”.

1. ຄ່າໃຊ້ຈ່າຍບໍ່ເທົ່າກັນໃນແຕ່ລະປະເທດ

ຫຼາຍຄົນເຂົ້າໃຈຜິດວ່າ “ຕ່າງປະເທດ = ແພງ”. ແທ້ຈິງແລ້ວ ແຕ່ລະປະເທດ ແລະ ແຕ່ລະເມືອງ ມີຄ່າໃຊ້ຈ່າຍບໍ່ເທົ່າກັນ.

ບາງປະເທດຄ່າຮຽນບໍ່ສູງ, ຄ່າຄອງຊີບບໍ່ແພງ, ແລະ ມີທາງເລືອກຫຼາຍສຳລັບນັກຮຽນ. ຂຶ້ນກັບວ່າເຮົາເລືອກຖືກທາງຫຼືບໍ່.

2. ການວາງແຜນສຳຄັນກວ່າມີເງິນຫຼາຍ

ການໄປຕ່າງປະເທດບໍ່ແມ່ນເລື່ອງຂອງຄົນຮັ່ງມີເທົ່ານັ້ນ. ຄົນທົ່ວໄປກໍສາມາດໄປໄດ້ ຖ້າຮູ້ຈັກ:

  • ຄຳນວນງົບປະມານ
  • ເລືອກປະເທດ ແລະ ໂຮງຮຽນທີ່ເໝາະສົມ
  • ວາງແຜນຄ່າໃຊ້ຈ່າຍລ່ວງໜ້າ

ບາງຄົນເລີ່ມຈາກງົບປະມານຈຳກັດ ແຕ່ສາມາດໄປຮຽນຕ່າງປະເທດໄດ້ເພາະວາງແຜນດີ.

3. ຄ່າໃຊ້ຈ່າຍຫຼັກໆທີ່ຄວນຮູ້

ກ່ອນຈະຄິດວ່າ “ຕ້ອງໃຊ້ເງິນຫຼາຍ” ລອງເບິ່ງກ່ອນວ່າຄ່າໃຊ້ຈ່າຍມີຫຍັງແດ່:

  • ຄ່າຮຽນ
  • ຄ່າທີ່ພັກ
  • ຄ່າອາຫານ
  • ຄ່າເດີນທາງ
  • ຄ່າປະກັນ
  • ຄ່າໃຊ້ຈ່າຍສ່ວນຕົວ

ຖ້າຮູ້ຕົວເລກເຫຼົ່ານີ້ຊັດເຈນ ຈະຊ່ວຍໃຫ້ເຮົາບໍ່ກັງວົນເກີນໄປ.

4. ມີຄົນຊ່ວຍ = ທາງເລືອກຈະຊັດເຈນຂຶ້ນ

ນ້ອງໆຫຼາຍຄົນຄິດວ່າການໄປຕ່າງປະເທດແມ່ນເລື່ອງຊັບຊ້ອນ, ຂໍ້ມູນເຢັນ, ແລະ ບໍ່ຮູ້ຈະເລີ່ມຈາກຈຸດໃດ.

ຖ້າມີ Agency ທີ່ໜ້າເຊື່ອຖື ແລະ ໃຫ້ຄຳແນະນຳຢ່າງຈິງໃຈ, ນ້ອງໆຈະ:

  • ຮູ້ທາງເລືອກທີ່ເໝາະກັບງົບຂອງຕົນ
  • ບໍ່ເສຍເງິນເກີນຄວາມຈຳເປັນ
  • ບໍ່ເສຍເວລາລອງຜິດລອງຖືກ
  • ມີຄົນຄອຍແນະນຳທຸກຂັ້ນຕອນ

ສະຫຼຸບ

ການໄປຕ່າງປະເທດບໍ່ໄດ້ໝາຍຄວາມວ່າຕ້ອງມີເງິນຫຼາຍໆ. ແຕ່ມັນໝາຍຄວາມວ່າຕ້ອງ ວາງແຜນໃຫ້ຖືກ, ເລືອກໃຫ້ເໝາະ, ແລະ ມີຄົນຊ່ວຍຊີ້ທາງ.

ຕ້ອງການຄວາມຊ່ວຍເຫຼືອ?

ຕິດຕໍ່ເພື່ອຮັບການປຶກສາຟຣີ

ບົດຄວາມທີ່ກ່ຽວຂ້ອງ

ທ່ານອາດຈະສົນໃຈບົດຄວາມເຫຼົ່ານີ້

ຂ່າວທົ່ວໄປ

ຢາກໄປຮຽນຕ່າງປະເທດຕ້ອງກຽມໂຕແນວໃດ?

ການໄປຮຽນຕ່າງປະເທດເປັນຄວາມຝັນຂອງນັກຮຽນ ແລະ ນັກສຶກສາຫຼາຍຄົນ ເພາະມັນເປັນໂອກາດໃນການພັດທະນາຄວາມຮູ້, ພັດທະນາພາສາ, ແລະ ເປີດປະສົບການໃໝ່ໆໃນຊີວິດ. ແຕ່ກ່ອນຈະກ້າວໄປສູ່ຈຸດນັ້ນ ການກຽມຄວາມພ້ອມເປັນສິ່ງທີ່ສຳຄັນຫຼາຍ. ໃນ blog ນີ້ ພວກເຮົາຈະມາເບິ່ງກັນວ່າ ຖ້າຢາກໄປຮຽນຕ່າງປະເທດ ຄວນກຽມໂຕແນວໃດແດ່?...

ອ່ານເພີ່ມເຕີມ
ອັບເດດລ່າສຸດ! ມະຫາວິທະຍາໄລຕ່າງປະເທດທີ່ຄວນຮຽນໃນປີ 2026-2027 ພ້ອມໂອກາດເຮັດວຽກຫຼັງຮຽນຈົບ
ຂ່າວທົ່ວໄປ

ອັບເດດລ່າສຸດ! ມະຫາວິທະຍາໄລຕ່າງປະເທດທີ່ຄວນຮຽນໃນປີ 2026-2027 ພ້ອມໂອກາດເຮັດວຽກຫຼັງຮຽນຈົບ

ໃນຊ່ວງປີທີ່ຜ່ານມາ ວິທີການເລືອກມະຫາວິທະຍາໄລເພື່ອການຮຽນຕໍ່ຕ່າງປະເທດ 2026 ແມ່ນປ່ຽນແປງໄປຫຼາຍ ຈາກເດີມທີ່ນັກຮຽນ ແລະ ຜູ້ປົກຄອງໃຫ້ຄວາມສຳຄັນກັບ “ອັນດັບມະຫາວິທະຍາໄລ” ຫຼື ການຈັດອັນດັບມະຫາວິທະຍາໄລ ເຊັ່ນ QS Ranking, THE Ranking,...

ອ່ານເພີ່ມເຕີມ
5 ປະເທດທີ່ຄວນຮຽນຕໍ່ທີ່ສຸດ ປີ 2026–2027 ອັບເດດກົດລະບຽບວີຊານັກຮຽນຫຼ້າສຸດ ກ່ອນຕັດສິນໃຈເລືອກປະເທດຮຽນຕໍ່
ຂ່າວທົ່ວໄປ

5 ປະເທດທີ່ຄວນຮຽນຕໍ່ທີ່ສຸດ ປີ 2026–2027 ອັບເດດກົດລະບຽບວີຊານັກຮຽນຫຼ້າສຸດ ກ່ອນຕັດສິນໃຈເລືອກປະເທດຮຽນຕໍ່

ຖ້າຍ້ອນກັບໄປເມື່ອປະມານ 5-10 ປີກ່ອນ ການເລືອກປະເທດຮຽນຕໍ່ ອາດເປັນເລື່ອງທີ່ຄ່ອນຂ້າງກົງໄປກົງມາ. ນັກສຶກສາສ່ວນຫຼາຍ ມັກພິຈາລະນາຈາກຊື່ສຽງຂອງມະຫາວິທະຍາໄລ, ອັນດັບໂລກ ຫຼື ຄຳແນະນຳຈາກຄົນຮູ້ຈັກທີ່ເຄີຍໄປຮຽນມາກ່ອນ ເເມ່ນບໍ? ແຕ່ໃນປີ 2026 ພວກເຮົາຢາກບອກວ່າ ໂລກຂອງການສຶກສາຕ່າງປະເທດປ່ຽນໄປຫຼາຍ...

ອ່ານເພີ່ມເຕີມ

ຂຽນຄຳຕອບກັບ

ທີ່ຢູ່ອີເມວຂອງທ່ານຈະບໍ່ຖືກເຜີຍແຜ່. ຊ່ອງທີ່ຈຳເປັນແມ່ນຖືກໝາຍດ້ວຍ *

ການນຳໃຊ້ເວັບໄຊນີ້ ໝາຍເຖິງທ່ານຍອມຮັບ ແຈ້ງການຄວາມເປັນສ່ວນຕົວ ຂອງພວກເຮົາ.

ເບິ່ງລາຍລະອຽດ