ຢາກໄປຮຽນຕ່າງປະເທດຕ້ອງກຽມໂຕແນວໃດ?

  • ແບ່ງປັນບົດຄວາມນີ້:

ການໄປຮຽນຕ່າງປະເທດເປັນຄວາມຝັນຂອງນັກຮຽນ ແລະ ນັກສຶກສາຫຼາຍຄົນ ເພາະມັນເປັນໂອກາດໃນການພັດທະນາຄວາມຮູ້, ພັດທະນາພາສາ, ແລະ ເປີດປະສົບການໃໝ່ໆໃນຊີວິດ. ແຕ່ກ່ອນຈະກ້າວໄປສູ່ຈຸດນັ້ນ ການກຽມຄວາມພ້ອມເປັນສິ່ງທີ່ສຳຄັນຫຼາຍ.

ໃນ blog ນີ້ ພວກເຮົາຈະມາເບິ່ງກັນວ່າ ຖ້າຢາກໄປຮຽນຕ່າງປະເທດ ຄວນກຽມໂຕແນວໃດແດ່?

1. ກຳນົດເປົ້າໝາຍໃຫ້ຊັດເຈນ

ກ່ອນອື່ນໝົດ ເຮົາຄວນຮູ້ກ່ອນວ່າ:

  • ຢາກໄປຮຽນປະເທດໃດ?
  • ຢາກໄປຮຽນພາສາ ຫຼື ຢາກຮຽນສາຂາຫຍັງ?
  • ລະດັບໃດ? (High School, Diploma, Bachelor, Master, PhD)

ການກຳນົດເປົ້າໝາຍຈະຊ່ວຍໃຫ້ເຮົາວາງແຜນໄດ້ຖືກທາງ ແລະ ບໍ່ເສຍເວລາ.

2. ກຽມພາສາໃຫ້ພ້ອມ

ພາສາແມ່ນກະແຈສຳຄັນໃນການໄປຮຽນຕ່າງປະເທດ. ສ່ວນໃຫຍ່ຈະໃຊ້: IELTS, TOEFL, PTE ຫຼື ການສອບເສັງພາສາຂອງແຕ່ລະປະເທດ. ການເລີ່ມຝຶກພາສາໄວໆ ຈະເຮັດໃຫ້ເຮົາມີໂອກາດໄດ້ຄະແນນດີ ແລະ ເລືອກໂຮງຮຽນໄດ້ຫຼາກຫຼາຍຂຶ້ນ.

3. ກຽມເອກະສານໃຫ້ຄົບ

ເອກະສານແມ່ນສິ່ງທີ່ຂາດບໍ່ໄດ້ ເຊັ່ນ:

  • Passport
  • Transcript ແລະ Certificate
  • CV / Resume
  • Personal Statement
  • Recommendation Letter

ການກຽມເອກະສານໃຫ້ພ້ອມລ່ວງໜ້າ ຈະຊ່ວຍຫຼຸດຄວາມກັງວົນເລື່ອງໄລຍະເວລາ, ຄວາມລ່າຊ້າ ແລະ ປ້ອງກັນຄວາມຜິດພາດ.

4. ວາງແຜນດ້ານການເງິນ

ການໄປຮຽນຕ່າງປະເທດມີຄ່າໃຊ້ຈ່າຍຫຼາຍດ້ານ:

  • ຄ່າຮຽນ
  • ຄ່າທີ່ພັກ
  • ຄ່າອາຫານ
  • ຄ່າເດີນທາງ
  • ຄ່າປະກັນ

ການວາງແຜນລ່ວງໜ້າ ແລະ ຮູ້ລາຍຈ່າຍຈະຊ່ວຍໃຫ້ເຮົາບໍ່ປະສົບບັນຫາພາຍຫຼັງ.

5. ມີທີມງານມືອາຊີບຄອຍແນະນຳ (Agency)

ການກຽມໂຕເພື່ອໄປຮຽນຕ່າງປະເທດອາດຈະເບິ່ງເປັນເລື່ອງຍາກ ແລະ ຊັບຊ້ອນ ສຳລັບນ້ອງໆຫຼາຍຄົນ. ແຕ່ຄວາມຈິງແລ້ວ ຂັ້ນຕອນເຫຼົ່ານີ້ຈະງ່າຍຂຶ້ນຫຼາຍ ຖ້າມີເອເຈນຊີ້ທີ່ໜ້າເຊື່ອຖື ແລະ ພ້ອມໃຫ້ຄຳແນະນຳຢ່າງຈິງໃຈ.

Agency ບໍ່ແມ່ນພຽງແຕ່ຄົນຊ່ວຍສົ່ງເອກະສານ ແຕ່ແມ່ນທີມທີ່ຄອຍເບິ່ງແຍງນ້ອງໆທຸກຂັ້ນຕອນ ນັບແຕ່:

  • ການປຶກສາເລືອກສາຍການຮຽນ ແລະ ປະເທດທີ່ເໝາະສົມ
  • ການກະກຽມ ແລະ ກວດເຊັກເອກະສານ
  • ການກຽມໂຕກ່ອນເດີນທາງ
  • ການໃຫ້ຄຳແນະນຳເມື່ອໄປຮອດປະເທດປາຍທາງ
  • ແລະ ການດູແລຕະຫຼອດເວລາທີ່ຮຽນຢູ່ ຈົນກວ່າຈະຮຽນຈົບ

ການມີ Agency ທີ່ໃສ່ໃຈ ແລະ ເຂົ້າໃຈນ້ອງໆ ຈະຊ່ວຍຫຼຸດຄວາມກັງວົນ ແລະ ເຮັດໃຫ້ເສັ້ນທາງການໄປຮຽນຕ່າງປະເທດຮາບລື່ນຂຶ້ນຫຼາຍ.

6. ກຽມໃຈໃຫ້ພ້ອມ

ການໄປຢູ່ຕ່າງປະເທດບໍ່ໄດ້ມີແຕ່ຄວາມສະດວກ. ອາດຈະມີ:

  • ຄວາມຄິດຮອດບ້ານ
  • ຄວາມແຕກຕ່າງດ້ານວັດທະນະທຳ
  • ຄວາມກົດດັນຈາກການຮຽນ

ການກຽມໃຈ ແລະ ມີທັດສະນະທີ່ດີ ຈະຊ່ວຍໃຫ້ເຮົາຜ່ານທຸກອຸປະສັກໄປໄດ້.

ສະຫຼຸບ

ການໄປຮຽນຕ່າງປະເທດບໍ່ແມ່ນເລື່ອງຍາກ ຖ້າເຮົາຮູ້ຈັກກຽມຕົວໃຫ້ດີ ແລະ ມີຄົນທີ່ພ້ອມຊ່ວຍເຫຼືອໃນທຸກຂັ້ນຕອນ. ຕັ້ງແຕ່ການກຳນົດເປົ້າໝາຍ, ການກຽມພາສາ, ການກະກຽມເອກະສານ, ການວາງແຜນຊີວິດ ແລະ ການກຽມໃຈ.

ຖ້ານ້ອງໆກຳລັງຝັນຢາກໄປຮຽນຕ່າງປະເທດ ແຕ່ຍັງບໍ່ແນ່ໃຈວ່າຈະເລີ່ມຈາກຈຸດໃດ, ການມີ Agency ທີ່ໜ້າເຊື່ອຖື ແລະ ໃຫ້ຄຳແນະນຳຢ່າງຈິງໃຈ ຈະເຮັດໃຫ້ທຸກຢ່າງງ່າຍຂຶ້ນຫຼາຍ.

ຕ້ອງການຄວາມຊ່ວຍເຫຼືອ?

ຕິດຕໍ່ເພື່ອຮັບການປຶກສາຟຣີ

ບົດຄວາມທີ່ກ່ຽວຂ້ອງ

ທ່ານອາດຈະສົນໃຈບົດຄວາມເຫຼົ່ານີ້

ຂ່າວທົ່ວໄປ

ການໄປຕ່າງປະເທດຕ້ອງຈຳເປັນມີເງິນຫຼາຍໆເລີຍບໍ່?

ນີ້ແມ່ນຄຳຖາມທີ່ນ້ອງໆຫຼາຍຄົນມັກຖາມ: “ຖ້າຢາກໄປຮຽນ ຫຼື ໄປຢູ່ຕ່າງປະເທດ ຈຳເປັນຕ້ອງຮັ່ງມີ ຫຼື ມີເງິນຫຼາຍໆກ່ອນບໍ?” ຄຳຕອບແມ່ນ: ບໍ່ຈຳເປັນຕ້ອງມີເງິນຫຼາຍແບບທີ່ຄົນຄິດ ແຕ່ສິ່ງທີ່ຈຳເປັນກວ່ານັ້ນຄື “ການວາງແຜນທີ່ດີ” ແລະ “ຮູ້ທາງເລືອກຂອງຕົນເອງ”. 1. ຄ່າໃຊ້ຈ່າຍບໍ່ເທົ່າກັນໃນແຕ່ລະປະເທດ...

ອ່ານເພີ່ມເຕີມ
ຂ່າວທົ່ວໄປ

ຮຽນຕໍ່ນິວຊີແລນ 2026-2027: ເປັນຫຍັງ Green List ຢ່າງດຽວບໍ່ພຽງພໍ

ຮຽນຕໍ່ນິວຊີແລນ 2026: ເປັນຫຍັງ Green List ຢ່າງດຽວບໍ່ພຽງພໍ ນັກຮຽນຫຼາຍຄົນເຊື່ອວ່າ ການເລືອກຮຽນ Green List course ທີ່ນິວຊີແລນ ຈະຮັບປະກັນໂອກາດໃນອະນາຄົດ ແຕ່ໃນປີ 2026...

ອ່ານເພີ່ມເຕີມ
ຂ່າວທົ່ວໄປ

New Zealand Green List 2026: ສິ່ງທີ່ນັກຮຽນຕ່າງຊາດຄວນເຂົ້າໃຈ

ຖ້າທ່ານກຳລັງວາງແຜນຈະ ໄປຮຽນຕໍ່ທີ່ນິວຊີແລນ ການເຂົ້າໃຈ New Zealand Green List 2026 ແມ່ນຂັ້ນຕອນສຳຄັນໃນການຕັດສິນໃຈ Green List ນິວຊີແລນ ແມ່ນລາຍຊື່ອາຊີບທີ່ລັດຖະບານກຳນົດ ເຊິ່ງເປັນ ອາຊີບທີ່ຂາດແຄນ...

ອ່ານເພີ່ມເຕີມ

ການນຳໃຊ້ເວັບໄຊນີ້ ໝາຍເຖິງທ່ານຍອມຮັບ ແຈ້ງການຄວາມເປັນສ່ວນຕົວ ຂອງພວກເຮົາ.

ເບິ່ງລາຍລະອຽດ