ນີ້ແມ່ນຄຳຖາມທີ່ນ້ອງໆຫຼາຍຄົນມັກຖາມ: “ຖ້າຢາກໄປຮຽນ ຫຼື ໄປຢູ່ຕ່າງປະເທດ ຈຳເປັນຕ້ອງຮັ່ງມີ ຫຼື ມີເງິນຫຼາຍໆກ່ອນບໍ?”
ຄຳຕອບແມ່ນ: ບໍ່ຈຳເປັນຕ້ອງມີເງິນຫຼາຍແບບທີ່ຄົນຄິດ ແຕ່ສິ່ງທີ່ຈຳເປັນກວ່ານັ້ນຄື “ການວາງແຜນທີ່ດີ” ແລະ “ຮູ້ທາງເລືອກຂອງຕົນເອງ”.
1. ຄ່າໃຊ້ຈ່າຍບໍ່ເທົ່າກັນໃນແຕ່ລະປະເທດ
ຫຼາຍຄົນເຂົ້າໃຈຜິດວ່າ “ຕ່າງປະເທດ = ແພງ”. ແທ້ຈິງແລ້ວ ແຕ່ລະປະເທດ ແລະ ແຕ່ລະເມືອງ ມີຄ່າໃຊ້ຈ່າຍບໍ່ເທົ່າກັນ.
ບາງປະເທດຄ່າຮຽນບໍ່ສູງ, ຄ່າຄອງຊີບບໍ່ແພງ, ແລະ ມີທາງເລືອກຫຼາຍສຳລັບນັກຮຽນ. ຂຶ້ນກັບວ່າເຮົາເລືອກຖືກທາງຫຼືບໍ່.
2. ການວາງແຜນສຳຄັນກວ່າມີເງິນຫຼາຍ
ການໄປຕ່າງປະເທດບໍ່ແມ່ນເລື່ອງຂອງຄົນຮັ່ງມີເທົ່ານັ້ນ. ຄົນທົ່ວໄປກໍສາມາດໄປໄດ້ ຖ້າຮູ້ຈັກ:
- ຄຳນວນງົບປະມານ
- ເລືອກປະເທດ ແລະ ໂຮງຮຽນທີ່ເໝາະສົມ
- ວາງແຜນຄ່າໃຊ້ຈ່າຍລ່ວງໜ້າ
ບາງຄົນເລີ່ມຈາກງົບປະມານຈຳກັດ ແຕ່ສາມາດໄປຮຽນຕ່າງປະເທດໄດ້ເພາະວາງແຜນດີ.
3. ຄ່າໃຊ້ຈ່າຍຫຼັກໆທີ່ຄວນຮູ້
ກ່ອນຈະຄິດວ່າ “ຕ້ອງໃຊ້ເງິນຫຼາຍ” ລອງເບິ່ງກ່ອນວ່າຄ່າໃຊ້ຈ່າຍມີຫຍັງແດ່:
- ຄ່າຮຽນ
- ຄ່າທີ່ພັກ
- ຄ່າອາຫານ
- ຄ່າເດີນທາງ
- ຄ່າປະກັນ
- ຄ່າໃຊ້ຈ່າຍສ່ວນຕົວ
ຖ້າຮູ້ຕົວເລກເຫຼົ່ານີ້ຊັດເຈນ ຈະຊ່ວຍໃຫ້ເຮົາບໍ່ກັງວົນເກີນໄປ.
4. ມີຄົນຊ່ວຍ = ທາງເລືອກຈະຊັດເຈນຂຶ້ນ
ນ້ອງໆຫຼາຍຄົນຄິດວ່າການໄປຕ່າງປະເທດແມ່ນເລື່ອງຊັບຊ້ອນ, ຂໍ້ມູນເຢັນ, ແລະ ບໍ່ຮູ້ຈະເລີ່ມຈາກຈຸດໃດ.
ຖ້າມີ Agency ທີ່ໜ້າເຊື່ອຖື ແລະ ໃຫ້ຄຳແນະນຳຢ່າງຈິງໃຈ, ນ້ອງໆຈະ:
- ຮູ້ທາງເລືອກທີ່ເໝາະກັບງົບຂອງຕົນ
- ບໍ່ເສຍເງິນເກີນຄວາມຈຳເປັນ
- ບໍ່ເສຍເວລາລອງຜິດລອງຖືກ
- ມີຄົນຄອຍແນະນຳທຸກຂັ້ນຕອນ
ສະຫຼຸບ
ການໄປຕ່າງປະເທດບໍ່ໄດ້ໝາຍຄວາມວ່າຕ້ອງມີເງິນຫຼາຍໆ. ແຕ່ມັນໝາຍຄວາມວ່າຕ້ອງ ວາງແຜນໃຫ້ຖືກ, ເລືອກໃຫ້ເໝາະ, ແລະ ມີຄົນຊ່ວຍຊີ້ທາງ.

ແຊັດກັບພວກເຮົາ!
ເລືອກວິທີການຕິດຕໍ່ຂອງທ່ານ
WhatsApp - ທີມງານ 👤 Human
ລົມກັບພະນັກງານຈິງ
WhatsApp - AI Bot 🤖 AI
ຕອບອັດຕະໂນມັດ 24/7
👤 ເວລາເຮັດວຽກ: ຈ-ສ 9:00-17:00
🤖 ຕອບອັດຕະໂນມັດທັນທີ ⚡