ເປັນຫຍັງການຮຽນຕໍ່ຕ່າງປະເທດຈຶ່ງເປັນການລົງທຶນທີ່ຄຸ້ມຄ່າທີ່ສຸດສຳລັບອະນາຄົດຂອງທ່ານ?

ທີ່ i-study lao, ພວກເຮົາເຊື່ອວ່າການສຶກສາຄືກຸນແຈສຳຄັນ.ຈາກພາບນີ້ຄືຄຳຕອບວ່າເປັນຫຍັງນ້ອງໆຄວນຕັດສິນໃຈໃນມື້ນີ້:ຄືການເປີດປະຕູສູ່ໂລກກວ້າງ! ແລະນີ້ຄື 4 ເຫດຜົນທີ່ນັກຮຽນລາວຕ້ອງເລືອກໄປຮຽນຕໍ່ຕ່າງປະເທດ. ໄດ້ພາສາອັງກິດໄວກວ່າ:   ການໃຊ້ຊີວິດໃນສະພາບແວດລ້ອມທີ່ໃຊ້ພາສາອັງກິດທຸກມື້ ຈະເຮັດໃຫ້ພັດທະນາທັກສະໄດ້ໄວແບບກ້າວກະໂດດ.  ໂອກາດເຮັດວຽກລະຫວ່າງຮຽນ:   ຫຼາຍປະເທດອະນຸຍາດໃຫ້ນັກຮຽນເຮັດວຽກ Part-time ໄດ້, ຊ່ວຍແບ່ງເບົາຄ່າໃຊ້ຈ່າຍ ແລະ ໄດ້ປະສົບການຊີວິດຈິງ.  ວຸດທິການສຶກສາລະດັບໂລກ:   ໄດ້ຮັບໃບປະກາດສະນີຍະບັດທີ່ໄດ້ມາດຕະຖານສາກົນ ແລະ ເປັນທີ່ຍອມຮັບທົ່ວໂລກ.  ເພີ່ມໂອກາດເຮັດວຽກໃນບໍລິສັດລະດັບໂລກ:   ເປີດເສັ້ນທາງສູ່ອາຊີບໃນຝັນກັບບໍລິສັດຊັ້ນນຳທັງໃນ ແລະ ຕ່າງປະເທດ.  ຢ່າປ່ອຍໃຫ້ໂອກາດດີໆຜ່ານໄປ! ໃຫ້ i-study ເປັນເພື່ອນຄູ່ຄິດ ພາທ່ານໄປສູ່ຄວາມສຳເລັດ.

ການໄປຕ່າງປະເທດຕ້ອງຈຳເປັນມີເງິນຫຼາຍໆເລີຍບໍ່?

ນີ້ແມ່ນຄຳຖາມທີ່ນ້ອງໆຫຼາຍຄົນມັກຖາມ: “ຖ້າຢາກໄປຮຽນ ຫຼື ໄປຢູ່ຕ່າງປະເທດ ຈຳເປັນຕ້ອງຮັ່ງມີ ຫຼື ມີເງິນຫຼາຍໆກ່ອນບໍ?” ຄຳຕອບແມ່ນ: ບໍ່ຈຳເປັນຕ້ອງມີເງິນຫຼາຍແບບທີ່ຄົນຄິດ ແຕ່ສິ່ງທີ່ຈຳເປັນກວ່ານັ້ນຄື “ການວາງແຜນທີ່ດີ” ແລະ “ຮູ້ທາງເລືອກຂອງຕົນເອງ”. 1. ຄ່າໃຊ້ຈ່າຍບໍ່ເທົ່າກັນໃນແຕ່ລະປະເທດ ຫຼາຍຄົນເຂົ້າໃຈຜິດວ່າ “ຕ່າງປະເທດ = ແພງ”. ແທ້ຈິງແລ້ວ ແຕ່ລະປະເທດ ແລະ ແຕ່ລະເມືອງ ມີຄ່າໃຊ້ຈ່າຍບໍ່ເທົ່າກັນ. ບາງປະເທດຄ່າຮຽນບໍ່ສູງ, ຄ່າຄອງຊີບບໍ່ແພງ, ແລະ ມີທາງເລືອກຫຼາຍສຳລັບນັກຮຽນ. ຂຶ້ນກັບວ່າເຮົາເລືອກຖືກທາງຫຼືບໍ່. 2.Continue reading “ການໄປຕ່າງປະເທດຕ້ອງຈຳເປັນມີເງິນຫຼາຍໆເລີຍບໍ່?”

ຢາກໄປຮຽນຕ່າງປະເທດຕ້ອງກຽມໂຕແນວໃດ?

ການໄປຮຽນຕ່າງປະເທດເປັນຄວາມຝັນຂອງນັກຮຽນ ແລະ ນັກສຶກສາຫຼາຍຄົນ ເພາະມັນເປັນໂອກາດໃນການພັດທະນາຄວາມຮູ້, ພັດທະນາພາສາ, ແລະ ເປີດປະສົບການໃໝ່ໆໃນຊີວິດ. ແຕ່ກ່ອນຈະກ້າວໄປສູ່ຈຸດນັ້ນ ການກຽມຄວາມພ້ອມເປັນສິ່ງທີ່ສຳຄັນຫຼາຍ. ໃນ blog ນີ້ ພວກເຮົາຈະມາເບິ່ງກັນວ່າ ຖ້າຢາກໄປຮຽນຕ່າງປະເທດ ຄວນກຽມໂຕແນວໃດແດ່? 1. ກຳນົດເປົ້າໝາຍໃຫ້ຊັດເຈນ ກ່ອນອື່ນໝົດ ເຮົາຄວນຮູ້ກ່ອນວ່າ: ການກຳນົດເປົ້າໝາຍຈະຊ່ວຍໃຫ້ເຮົາວາງແຜນໄດ້ຖືກທາງ ແລະ ບໍ່ເສຍເວລາ. 2. ກຽມພາສາໃຫ້ພ້ອມ ພາສາແມ່ນກະແຈສຳຄັນໃນການໄປຮຽນຕ່າງປະເທດ. ສ່ວນໃຫຍ່ຈະໃຊ້: IELTS, TOEFL, PTE ຫຼືContinue reading “ຢາກໄປຮຽນຕ່າງປະເທດຕ້ອງກຽມໂຕແນວໃດ?”