ການໄປຮຽນຕ່າງປະເທດເປັນຄວາມຝັນຂອງນັກຮຽນ ແລະ ນັກສຶກສາຫຼາຍຄົນ ເພາະມັນເປັນໂອກາດໃນການພັດທະນາຄວາມຮູ້, ພັດທະນາພາສາ, ແລະ ເປີດປະສົບການໃໝ່ໆໃນຊີວິດ. ແຕ່ກ່ອນຈະກ້າວໄປສູ່ຈຸດນັ້ນ ການກຽມຄວາມພ້ອມເປັນສິ່ງທີ່ສຳຄັນຫຼາຍ.
ໃນ blog ນີ້ ພວກເຮົາຈະມາເບິ່ງກັນວ່າ ຖ້າຢາກໄປຮຽນຕ່າງປະເທດ ຄວນກຽມໂຕແນວໃດແດ່?
1. ກຳນົດເປົ້າໝາຍໃຫ້ຊັດເຈນ
ກ່ອນອື່ນໝົດ ເຮົາຄວນຮູ້ກ່ອນວ່າ:
- ຢາກໄປຮຽນປະເທດໃດ?
- ຢາກໄປຮຽນພາສາ ຫຼື ຢາກຮຽນສາຂາຫຍັງ?
- ລະດັບໃດ? (High School, Diploma, Bachelor, Master, PhD)
ການກຳນົດເປົ້າໝາຍຈະຊ່ວຍໃຫ້ເຮົາວາງແຜນໄດ້ຖືກທາງ ແລະ ບໍ່ເສຍເວລາ.
2. ກຽມພາສາໃຫ້ພ້ອມ
ພາສາແມ່ນກະແຈສຳຄັນໃນການໄປຮຽນຕ່າງປະເທດ. ສ່ວນໃຫຍ່ຈະໃຊ້: IELTS, TOEFL, PTE ຫຼື ການສອບເສັງພາສາຂອງແຕ່ລະປະເທດ. ການເລີ່ມຝຶກພາສາໄວໆ ຈະເຮັດໃຫ້ເຮົາມີໂອກາດໄດ້ຄະແນນດີ ແລະ ເລືອກໂຮງຮຽນໄດ້ຫຼາກຫຼາຍຂຶ້ນ.
3. ກຽມເອກະສານໃຫ້ຄົບ
ເອກະສານແມ່ນສິ່ງທີ່ຂາດບໍ່ໄດ້ ເຊັ່ນ:
- Passport
- Transcript ແລະ Certificate
- CV / Resume
- Personal Statement
- Recommendation Letter
ການກຽມເອກະສານໃຫ້ພ້ອມລ່ວງໜ້າ ຈະຊ່ວຍຫຼຸດຄວາມກັງວົນເລື່ອງໄລຍະເວລາ, ຄວາມລ່າຊ້າ ແລະ ປ້ອງກັນຄວາມຜິດພາດ.
4. ວາງແຜນດ້ານການເງິນ
ການໄປຮຽນຕ່າງປະເທດມີຄ່າໃຊ້ຈ່າຍຫຼາຍດ້ານ:
- ຄ່າຮຽນ
- ຄ່າທີ່ພັກ
- ຄ່າອາຫານ
- ຄ່າເດີນທາງ
- ຄ່າປະກັນ
ການວາງແຜນລ່ວງໜ້າ ແລະ ຮູ້ລາຍຈ່າຍຈະຊ່ວຍໃຫ້ເຮົາບໍ່ປະສົບບັນຫາພາຍຫຼັງ.
5. ມີທີມງານມືອາຊີບຄອຍແນະນຳ (Agency)
ການກຽມໂຕເພື່ອໄປຮຽນຕ່າງປະເທດອາດຈະເບິ່ງເປັນເລື່ອງຍາກ ແລະ ຊັບຊ້ອນ ສຳລັບນ້ອງໆຫຼາຍຄົນ. ແຕ່ຄວາມຈິງແລ້ວ ຂັ້ນຕອນເຫຼົ່ານີ້ຈະງ່າຍຂຶ້ນຫຼາຍ ຖ້າມີເອເຈນຊີ້ທີ່ໜ້າເຊື່ອຖື ແລະ ພ້ອມໃຫ້ຄຳແນະນຳຢ່າງຈິງໃຈ.
Agency ບໍ່ແມ່ນພຽງແຕ່ຄົນຊ່ວຍສົ່ງເອກະສານ ແຕ່ແມ່ນທີມທີ່ຄອຍເບິ່ງແຍງນ້ອງໆທຸກຂັ້ນຕອນ ນັບແຕ່:
- ການປຶກສາເລືອກສາຍການຮຽນ ແລະ ປະເທດທີ່ເໝາະສົມ
- ການກະກຽມ ແລະ ກວດເຊັກເອກະສານ
- ການກຽມໂຕກ່ອນເດີນທາງ
- ການໃຫ້ຄຳແນະນຳເມື່ອໄປຮອດປະເທດປາຍທາງ
- ແລະ ການດູແລຕະຫຼອດເວລາທີ່ຮຽນຢູ່ ຈົນກວ່າຈະຮຽນຈົບ
ການມີ Agency ທີ່ໃສ່ໃຈ ແລະ ເຂົ້າໃຈນ້ອງໆ ຈະຊ່ວຍຫຼຸດຄວາມກັງວົນ ແລະ ເຮັດໃຫ້ເສັ້ນທາງການໄປຮຽນຕ່າງປະເທດຮາບລື່ນຂຶ້ນຫຼາຍ.
6. ກຽມໃຈໃຫ້ພ້ອມ
ການໄປຢູ່ຕ່າງປະເທດບໍ່ໄດ້ມີແຕ່ຄວາມສະດວກ. ອາດຈະມີ:
- ຄວາມຄິດຮອດບ້ານ
- ຄວາມແຕກຕ່າງດ້ານວັດທະນະທຳ
- ຄວາມກົດດັນຈາກການຮຽນ
ການກຽມໃຈ ແລະ ມີທັດສະນະທີ່ດີ ຈະຊ່ວຍໃຫ້ເຮົາຜ່ານທຸກອຸປະສັກໄປໄດ້.
ສະຫຼຸບ
ການໄປຮຽນຕ່າງປະເທດບໍ່ແມ່ນເລື່ອງຍາກ ຖ້າເຮົາຮູ້ຈັກກຽມຕົວໃຫ້ດີ ແລະ ມີຄົນທີ່ພ້ອມຊ່ວຍເຫຼືອໃນທຸກຂັ້ນຕອນ. ຕັ້ງແຕ່ການກຳນົດເປົ້າໝາຍ, ການກຽມພາສາ, ການກະກຽມເອກະສານ, ການວາງແຜນຊີວິດ ແລະ ການກຽມໃຈ.
ຖ້ານ້ອງໆກຳລັງຝັນຢາກໄປຮຽນຕ່າງປະເທດ ແຕ່ຍັງບໍ່ແນ່ໃຈວ່າຈະເລີ່ມຈາກຈຸດໃດ, ການມີ Agency ທີ່ໜ້າເຊື່ອຖື ແລະ ໃຫ້ຄຳແນະນຳຢ່າງຈິງໃຈ ຈະເຮັດໃຫ້ທຸກຢ່າງງ່າຍຂຶ້ນຫຼາຍ.

ແຊັດກັບພວກເຮົາ!
ເລືອກວິທີການຕິດຕໍ່ຂອງທ່ານ
WhatsApp - ທີມງານ 👤 Human
ລົມກັບພະນັກງານຈິງ
WhatsApp - AI Bot 🤖 AI
ຕອບອັດຕະໂນມັດ 24/7
👤 ເວລາເຮັດວຽກ: ຈ-ສ 9:00-17:00
🤖 ຕອບອັດຕະໂນມັດທັນທີ ⚡